\v 17 ດັ່ງນັ້ນ, ບັັດນີ້ ພວກເຈົ້າທີ່ເປັນ​ແກະ​ຂອງ​ເຮົາ​ເອີຍ- ພຣະຢາເວ­ອົງພຣະຜູ້­ເປັນ­ເຈົ້າຊົງກ່າວ​ວ່າ:ເຮົາ​ບອກ​ເຈົ້າ​ ເບິ່ງແມ, ເຮົາ​ຈະເປັນຜູ້​ພິ­ພາກ­ສາ​ລະຫວ່າງແກະກັບແກະ, ລະຫວ່າງແກະ ຕົວຜູ້ກັບແກະຕົວຜູ້. \v 18 ການທີ່ພວກເຈົ້າຫາກິນໃນທົ່ງ​ຫຍ້າ​ຢ່າງ​ດີນັ້ນ, ຍັງບໍ່ພຽງພໍບໍ ເຈົ້າຈຶ່ງເອົາຕີນ​ຢຽບ­ຢ່ຳ​ສິ່ງທີ່ເຫລືອຢູ່ຈາກທົ່ງຫຍ້າຂອງເຈົ້າ, ແລະເມື່ອ​​ດື່ມ­ນ້ຳທີ່​ໄສແລ້ວ ເຈົ້າຈຶ່ງເອົາຕີນ​ກວນ​ນ້ຳ​ທີ່​ຍັງ​ເຫລືອ​ຢູ່​ໃຫ້​ຂຸ່ນ? \v 19 ແກະ​ຂອງ​ເຮົາ ຕ້ອງກິນສິ່ງທີ່ຕີນຂອງ​ເຈົ້າຢຽບຢໍ່າ ແລະ​ຕ້ອງ​ດື່ມ­ນ້ຳ​ທີ່ຕີນຂອງເຈົ້າເຮັດໃຫ້ຂຸ່ນບໍ?