\v 8 ພວກເຈົ້າໄດ້ຢ້ານກົວຄົມດາບ, ດັ່ງນັ້ນ ເຮົາກໍຈະນຳດາບ​ມາ​ເຫນືອ​ພວກເຈົ້າ—ນີ້ເປັນສິ່ງທີ່ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງປະກາດໄວ້ດັ່ງນີ້. \v 9 ເຮົາ​ຈະນຳພວກເຈົ້າອອກຈາກກາງເມືອງ, ແລະ ​ມອບພວກ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ­ຊາດ, ເພື່ອ​ເຮົາຈະນຳ­ການຕັດສິນມາຕໍ່ສູ້ພວກ​ເຈົ້າ. \v 10 ພວກເຈົ້າ​ຈະ​ຖືກ​​ລົ້ມ­ຕາຍດ້ວຍດາບ. ເຮົາ​ຈະ​ລົງ­ໂທດພວກ​ເຈົ້າ​ຢູ່ເຂດ­ແດນ​ຂອງອິດສະຣາເອນ ດັ່ງນັ້ນ ພວກ​ເຈົ້າ​ຈະ​ໄດ້​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.