\v 3 ຝ່າຍ​ເຫລົ່າ​ເຄ­ຣຸບ​ຢືນ­ຢູ່​ດ້ານ​ຂວາ​ຂອງ​ພຣະ­ວິ­ຫານ ເວລາ​ທີ່​ຊາຍ​ຄົນ​ນັ້ນ​ເຂົ້າ­ໄປຂ້າງໃນ, ແລະ ​ເມກ​ໄດ້​ປົກ​ຄຸມ​ຢູ່​ທົ່ວເດີ່ນຊັ້ນ​ໃນ. \v 4 ພຣະ­ສະຫງ່າຣາສີ​ຂອງ​ພຣະຢາເວໄດ້ປະກົດຂຶ້ນ​ຈາກ​ເຫລົ່າ​ເຄ­ຣຸບ ແລະ ໄດ້ຢຶນຢູ່ເຫນືອ​ປະ­ຕູ​ພຣະ­ວິ­ຫານ. ຖືກ​ປົກ​ຄຸມດ້​ວຍເມກ​ເຕັມພຣະວິຫານ, ແລະ ​ເດີ່ນ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍແສງສະຫວ່າງຂອງພຣະສະຫງ່າຣາສີຂອງ​ພຣະຢາເວ. \v 5 ​ສຽງ​ປີກ​ທັງຫລາຍຂອງ​ເຫລົ່າ​ເຄ­ຣຸບ​ກໍ​ໄດ້­ຍິນ​ໄປ​ເຖິງ​ເດີ່ນ​ຊັ້ນ​ນອກ, ເຫມືອນ​ພຣະ­ສຸ­ລະ­ສຽງ​ຂອງ​ພຣະ­ເຈົ້າ​ຜູ້ຊົງ​ລິດ­ທາ­ນຸ­ພາບ​ເມື່ອ​ພຣະ­ອົງ​ຊົງ​ກ່າວ.