\v 23 ສ່ວນເຜົ່າ­ທີ່​ເຫລືອ​ຢູ່ນັ້ນ, ສ່ວນແບ່ງຂອງພວກເຂົາຈະມາຈາກທາງຝັ່ງ­ຕາ­ເວັນ­ອອກ ແລະ​ ໄປ​ທາງ​ຝັ່ງທິດ­ຕາ­ເວັນ­ຕົກ. ເຜົ່າເບັນ­ຢາ­ມິນຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ. \v 24 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ເບັນ­ຢາ­ມິນ ເລີ່ມ​ຈາກ​ທາງ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າຊິ­ເມ­ໂອນຈະໄດ້ຮັບສ່ວນແບ່ງຫນຶ່ງສ່ວນ. \v 25 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ຊິ­ເມ­ໂອນ ເລີ່ມ​ຈາກ​ທິດ­ຕາ­ເວັນ­ອອກ​ ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເຜົ່າ​ອິດ­ຊາ­ຄາຈະໄດ້ຮັບ. \v 26 ຕິດ​ກັບ​ເຂດ­ແດນ​ຂອງ​ອິດ­ຊາ­ຄາເລີ່ມ​ຈາກ​ທິດ­ຕາ­ເວັນ­ອອກ​ໄປ​ຮອດ​ທິດ­ຕາ­ເວັນ­ຕົກ ເປັນ​ສ່ວນແບ່ງ​ຂອງ​ເຜົ່າ​ເຊ­ບູ­ລູນ.