\v 26 ເຮົາຈະເອົາຫົວ​ໃຈ​ໃຫມ່ໃຫ້​ແກ່ພວກ​ເຈົ້າ ແລະ ​ບັນຈຸຈິດ­ວິນ­ຍານ​ໃຫມ່ໄວ້ພາຍໃນພວກເຈົ້າ, ແລະ ເຮົາຈະນຳໃຈຫີນອອກຈາກເນື້ອກາຍຂອງ​ພວກເຈົ້າ.​ ເພື່ອເອົາໃຈເນື້ອໃຫ້ແກ່ພວກເຈົ້າ. \v 27 ເຮົາຈະໃສ່​ຈິດ­ວິນ­ຍານ​ຂອງ​ເຮົາໄວ້ພາຍໃນພວກ​ເຈົ້າ, ແລ້ວເຮັດໃຫ້ພວກເຈົ້າສາມາດດຳເນີນຕາມກົດເກນຂອງເຮົາ ແລະຮັກສາກົດຫມາຍຂອງເຮາ, ເພື່ອພວກເຈົ້າຈະເຮັດຕາມສິ່ງເຫລົ່ານັ້ນ. \v 28 ແລ້ວ​ພວກເຈົ້າ​ຈະ​​ອາ­ໄສ​ຢູ່­ໃນ​ແຜ່ນ­ດິນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນ­ພະ­ບູ­ລຸດ​ຂອງພວກ​ເຈົ້າ; ພວກເຈົ້າ​ຈະ​ເປັນປະຊາຊົນ​ຂອງ​ເຮົາ, ແລະ ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງພວກ​ເຈົ້າ.