\v 7 ຈົ່ງກຽມພ້ອມ! ແນ່ນອນ, ຈົ່ງໃຫ້ຕົວຂອງເຈົ້າເອງ ແລະ​ບັນ­ດາ​ກອງ­ທັບທັງຫມົດ​ຊຶ່ງ​ປະ­ຊຸມ​ຢູ່​ກັບ​ເຈົ້າ. ແລະຈົ່ງເປັນຜູ້ບັນຊາການຂອງພວກເຂົາກຽມພ້ອມໄວ້. \v 8 ເຈົ້າຈະຕ້ອງຖືກເອີ້ນຕົວອອກໄປສູ້ຮົບເປັນເວລາຫລາຍວັນ ແລະໃນອີກຫລາຍຕໍ່ໄປໃນອະນາຄົດ. ເຈົ້າ​ຈະ​ຍົກ​ເຂົ້າ­ໄປ​ຕໍ່­ສູ້​ກັບ​ແຜ່ນ­ດິນ​ຊຶ່ງ​ໄດ້ຮັບການຟື້ນຟູ​ຈາກ​ດາບ, ທີ່ຮວບຮວມມາຈາກປະຊາ​ຊົນທັງ​ຫລາຍ​​ຢູ່​ທີ່​ເທິງ​ພູ­ເຂົາ​ອິດສະຣາເອນ ຊຶ່ງ​ເຄີຍ​ເປັນ​ບ່ອນ​ຮ້າງ​ເປົ່າ​ມາຕະຫລອດ, ແຕ່ປຜ່ນດິນຂອງປະ­ຊາ­ຊົນ​ຈະຖືກນຳອອກມາ​ຈາກ​ຊົນ­ຊາດ​ອື່ນໆ ແລະພວກເຂົາທັັງຫມົດ ຈະອາ­ໄສ​ຢູ່​ຢ່າງ​ປອດ­ໄພ​! \v 9 ດັ່ງນັ້ນ ພວກເຈົ້າ​ຈະ​ລຸກ​ອອກ​ໄປ​ເຫມືອນ​ພາ­ຍຸ; ເຈົ້າ​ຈະ​ເປັນ​ເຫມືອນ​ເມກ​ປົກ​ຄຸມ​ແຜ່ນ­ດິນ ຄື​ເຈົ້າ ແລະ​ກອງ­ທັບ​ທັງ​ຫມົດ​ຂອງ​ເຈົ້າ, ລວມທັງພວກທະຫານຈຳນວນຫລາຍທີ່ຢູ່ກັບພວກເຈົ້າ.