\v 16 ລູກຊາຍຄົນນັ້ນບໍ່ໄດ້ບັງ­ຄັບ​ສໍ້​ໂກງ​ຜູ້ຫນຶ່ງຜູ້ໃດ, ຫລື ​ຢຶດເອົາສັນຍາ, ຫລື ລັກເອົາເຄື່ອງຂອງ, ​ແຕ່ເອົາອາ­ຫານໃຫ້​ແກ່​ຜູ້​ທີ່​ຫິວໂຫຍ ​ແລະ​ ໃຫ້​ເສື້ອ­ຜ້າ​ແກ່​ຜູ້​ທີ່​ເປຶອຍກາຍ. \v 17 ລູກຊາຍຄົນນັ້ນ ບໍ່ໄດ້ບີບບັງຄັບຜູ້ໃດ­ ຫລື ​​ ເອົາ​ດອກ­ເບ້ຍ​ສູງເກີນເຫດ ຫລື ຫາກຳໄລຈາກການກູ້ຢືມຫລາຍເກີນໄປ, ແຕ່ເຂົາເຊື່ອຟັງຄຳ​ສັ່ງ​ຂອງ​ເຮົາ ແລະ ການປະພຶດຕາມພຣະທຳຂອງເຮົາ; ລູກຊາຍຄົນນັ້ນ ຈະ​ບໍ່​ຕາຍ ​ຍ້ອນຄວາມ​ບາບ​ຂອງ​ພໍ່​ລາວ: ລາວ​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ!