Thu Oct 17 2019 09:53:19 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-17 09:53:20 +07:00
parent d2e4584ac0
commit bbddc21cb3
12 changed files with 26 additions and 0 deletions

3
39/01.txt Normal file
View File

@ -0,0 +1,3 @@
\c 39 \v 1 \v 2 \v 3 1 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ປະ­ກາດ​ພຣະ­ທຳ​ກ່າວ​ໂທດ​ໂຄກ ແລະ​ກ່າວ​ວ່າ ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເບິ່ງ​ແມ ໂຄກ​ເອີຍ ເຮົາ​ເປັນ​ສັດ­ຕູ​ກັບ​ເຈົ້າ ຜູ້​ເປັນ​ເຈົ້າ​ອົງ​ສຳ­ຄັນ​ແຫ່ງ​ເມ­ເຊັກ ແລະ​ຕູ­ບານ
2 ເຮົາ​ຈະ­ໃຫ້​ເຈົ້າ​ຖອຍ­ຫລັງ​ກັບ ແລະ​ເຈົ້າ​ຈະ​ເຫລືອ​ພຽງ​ໜຶ່ງ​ໃນ​ຫົກ​ສ່ວນ ແລະ​ໃຫ້​ເຈົ້າ​ຂຶ້ນ​ມາ​ຈາກ​ທາງ​ເໜືອ​ທີ່­ສຸດ ແລະ​ໃຫ້​ເຈົ້າ​ເຂົ້າ­ໄປ​ຕໍ່­ສູ້​ພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິສຣາເອນ
3 ແລ້ວ​ເຮົາ​ຈະ​ຕີ​ຄັນ​ທະ­ນູ​ໃຫ້​ຫລຸດ​ຈາກ​ມື​ຊ້າຍ​ຂອງ​ເຈົ້າ ແລະ​ເຮົາ​ຈະ­ໃຫ້​ລູກ​ທະ­ນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ

3
39/04.txt Normal file
View File

@ -0,0 +1,3 @@
\v 4 \v 5 \v 6 ເຈົ້າ​ຈະ​ລົ້ມ­ລົງ​ເທິງ​ພູ­ເຂົາ​ແຫ່ງ​ອິສຣາເອນ ທັງ​ເຈົ້າ ແລະ​ກອງ­ທັບ​ທັງ​ໝົດ​ຂອງ​ເຈົ້າ ແລະ​ຊົນ­ຊາດ​ທັງ­ຫລາຍ​ທີ່­ຢູ່​ກັບ​ເຈົ້າ ເຮົາ​ຈະ​ມອບ​ເຈົ້າ​ໃຫ້­ເປັນ​ອາ­ຫານ​ແກ່​ນົກ​ທຸກ​ຊະ­ນິດ ແລະ​ແກ່​ສັດ­ປ່າ
5 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຈົ້າ​ຈະ​ລົ້ມ­ລົງ​ເທິງ​ພື້ນ­ດິນ ເພາະ​ເຮົາ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ
6 ເຮົາ​ຈະ​ສົ່ງ​ແປວ­ໄຟ​ມາ​ເໜືອ​ມາ­ໂຄກ ແລະ​ທ່າມ­ກາງ​ຜູ້​ທີ່​ອາ­ໄສ​ຢູ່​ຢ່າງ​ປອດ­ໄພ​ຕາມ​ເກາະ​ຕ່າງໆ ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ

2
39/07.txt Normal file
View File

@ -0,0 +1,2 @@
\v 7 \v 8 ແລະ​ເຮົາ​ຈະ​ເຮັດ­ໃຫ້​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ​ເປັນ​ທີ່​ຮູ້­ຈັກ​ໃນ​ທ່າມ­ກາງ​ອິສຣາເອນ​ປະ­ຊາ­ຊົນ​ຂອງ​ເຮົາ ເຮົາ​ຈະ​ບໍ່­ຍອມ​ໃຫ້​ອິສຣາເອນ​ເຮັດ­ໃຫ້​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ​ສະ­ທ້ານ​ອີກ​ຕໍ່­ໄປ ແລະ​ປະ­ຊາ­ຊາດ​ທັງ­ຫລາຍ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ ອົງ​ບໍ­ລິ­ສຸດ​ໃນ​ອິສຣາເອນ
8 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເບິ່ງ​ແມ ມາ​ແລ້ວ ແລະ​ຈະ​ເປັນ​ຢ່າງ​ນັ້ນ ຄື​ວັນ​ນັ້ນ​ຊຶ່ງ​ເຮົາ​ໄດ້​ລັ່ນ​ຄຳ​ເວົ້າ​ໄວ້

2
39/09.txt Normal file
View File

@ -0,0 +1,2 @@
\v 9 \v 10 ລ້ວ​ຄົນ​ເຫລົ່າ­ນັ້ນ​ທີ່​ອາ­ໄສ​ຢູ່­ໃນ​ບັນ­ດາ​ຫົວ​ເມືອງ​ອິສຣາເອນ​ຈະ​ອອກ​ໄປ ແລະ​ຈະ​ເອົາ​ໄຟ​ສຸມ​ໃສ່­ເຄື່ອງ​ອາ­ວຸດ​ຄື​ໂລ່ ສາຍ­ຮັດ ຄັນ​ທະ­ນູ ແລະ​ລູກ​ທະ­ນູ ຫອກ​ຍາວ ແລະ​ໄມ້­ຄ້ອນ ພວກ­ເຂົາ​ຈະ​ເອົາ​ໄຟ​ສຸມ​ເປັນ​ເວ­ລາ​ເຈັດ​ປີ
10 ເພາະ­ສະ­ນັ້ນ ພວກ­ເຂົາ​ບໍ່​ຈຳ­ເປັນ​ຈະ​ຕ້ອງ​ເອົາ​ຟືນ​ມາ​ຈາກ​ທົ່ງ­ນາ ຫລື​ຕັດ​ຟືນ​ມາ​ຈາກ​ປ່າ ເພາະ​ພວກ­ເຂົາ​ຈະ​ກໍ່​ໄຟ​ດ້ວຍ​ເຄື່ອງ​ອາ­ວຸດ ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຍາດ​ຊີງ​ເອົາ​ຜູ້​ທີ່​ຍາດ​ຊີງ​ພວກ­ເຂົາ ແລະ​ຈະ​ປຸ້ນ​ຜູ້​ທີ່​ປຸ້ນ​ພວກ­ເຂົາ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລ

1
39/11.txt Normal file
View File

@ -0,0 +1 @@
\v 11 ຕໍ່​ມາ​ໃນ​ມື້​ນັ້ນ ເຮົາ​ຈະ­ໃຫ້​ໂຄກ​ມີ​ຂຸມ​ຝັງ​ສົບ​ຢູ່­ໃນ​ອິສຣາເອນ ຄື​ພູ­ເຂົາ​ຂອງ​ຄົນ​ຍ່າງ​ຜ່ານ­ໄປ​ມາ ຊຶ່ງ​ຢູ່​ທາງ​ທິດ­ຕາ­ເວັນ­ອອກ​ຂອງ​ທະ­ເລ ມັນ​ຈະ​ປິດ​ດັງ​ຂອງ​ຄົນ​ຍ່າງ​ຜ່ານ­ໄປ​ມາ ເພາະ­ວ່າ​ໂຄກ ແລະ​ປະ­ຊາ­ຊົນ​ທັງ​ໝົດ​ຂອງ​ເຈົ້າ​ຈະ​ຖືກ​ຝັງ​ໄວ້​ບ່ອນ­ນັ້ນ ພວກ­ເຂົາ​ຈະ​ເອີ້ນ​ກັນ​ວ່າ ພູ­ເຂົາ​ຮາ­ໂມນ-ໂຄກ

2
39/12.txt Normal file
View File

@ -0,0 +1,2 @@
\v 12 \v 13 ເຊື້ອ­ສາຍ​ອິສຣາເອນ​ຈະ​ຝັງ ພວກ­ເຂົາ​ທັງ­ຫລາຍ​ຢູ່​ເຖິງ​ເຈັດ​ເດືອນ ເພື່ອ­ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ນັ້ນ​ສະ­ອາດ
13 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ປະ­ຊາ­ຊົນ​ທຸກ​ຄົນ​ແຫ່ງ​ແຜ່ນ­ດິນ​ຈະ​ຝັງ​ພວກ­ເຂົາ ໃນ​ມື້​ນັ້ນ ເມື່ອ​ເຮົາ​ສະ­ແດງ​ສະ­ຫງ່າ­ລາ­ສີ​ຂອງ​ເຮົາ ປະ­ຊາ­ຊົນ​ຈະ​ໄດ້­ຮັບ​ກຽດ​ເພາະ​ການ​ຝັງ​ສົບ​ນັ້ນ

3
39/14.txt Normal file
View File

@ -0,0 +1,3 @@
\v 14 \v 15 \v 16 ພວກ­ເຂົາ​ທັງ­ຫລາຍ​ຈະ​ຕັ້ງ​ຄົນ​ໃຫ້​ຍ່າງ​ຜ່ານ­ໄປ​ມາ​ໃນ​ແຜ່ນ­ດິນ​ເລື້ອຍໆ ໃຫ້​ຝັງ​ສົບ​ຄົນ​ເຫລົ່າ­ນັ້ນ​ທີ່​ເຫລືອ​ຢູ່​ເທິງ​ພື້ນ​ແຜ່ນ­ດິນ ເພື່ອ­ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ສະ­ອາດ ພວກ­ເຂົາ​ຈະ​ອອກ​ກວດ​ຄົ້ນ​ເມື່ອ​ສິ້ນ­ສຸດ​ເຈັດ​ເດືອນ​ແລ້ວ
15 ເມື່ອ​ຄົນ​ເຫລົ່າ­ນັ້ນ​ຜ່ານ­ໄປ​ມາ​ໃນ​ແຜ່ນ­ດິນ ຖ້າ​ໃຜ​ເຫັນ​ກະ­ດູກ​ຄົນ ພວກ­ເຂົາ​ຈະ​ເອົາ​ເຄື່ອງ­ໝາຍ​ປັກ​ໄວ້​ຂ້າງ​ກະ­ດູກ​ນັ້ນ ຈົນ​ກວ່າ​ຄົນ​ຝັງ​ຈະ​ມາ​ຝັງ​ພວກ­ເຂົາ​ໄວ້​ໃນ​ພູ­ເຂົາ​ຮາ­ໂມນ-ໂຄກ
16 ຫົວ​ເມືອງ​ໜຶ່ງ​ຊື່ ຮາ­ໂມ­ນາ ກໍ​ຢູ່​ບ່ອນ­ນັ້ນ​ດ້ວຍ ພວກ­ເຂົາ​ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ສະ­ອາດ​ດັ່ງ​ນີ້­ແຫລະ

2
39/17.txt Normal file
View File

@ -0,0 +1,2 @@
ບຸດ​ແຫ່ງ​ມະ­ນຸດ​ເອີຍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຈົ່ງ​ເວົ້າ­ກັບ​ນົກ​ທຸກ​ຊະ­ນິດ ແລະ​ເວົ້າ­ກັບ​ເຫລົ່າ​ສັດ­ປ່າ​ວ່າ ‘ຈົ່ງ​ຊຸມ­ນຸມ ແລະ​ມາ​ເຖີດ ລວມ​ກັນ​ມາ​ຈາກ​ທຸກ​ດ້ານ ມາ­ຍັງ​ງານ​ລ້ຽງ​ການ​ບູ­ຊາ ຊຶ່ງ​ເຮົາ​ຖວາຍ​ເພື່ອ​ເຈົ້າ ເປັນ​ງານ​ລ້ຽງ​ການ​ບູ­ຊາ​ໃຫຍ່​ເທິງ​ພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິສຣາເອນ ເຈົ້າ​ຈະ​ຮັບ​ປະ­ທານ​ຊີ້ນ​ແລະ​ດື່ມ​ເລືອດ
18 ເຈົ້າ​ຈະ​ຮັບ​ປະ­ທານ​ຊີ້ນ​ຂອງ​ຜູ້​ກ້າ­ຫານ ແລະ​ດື່ມ​ເລືອດ​ຂອງ​ເຈົ້າ​ນາຍ​ແຫ່ງ​ໂລກ ຂອງ​ແກະ​ຜູ້ ຂອງ​ລູກ​ແກະ ແລະ​ຂອງ​ແບ້​ກັບ​ຂອງ​ງົວ­ເຖິກ ທັງ​ໝົດ​ນີ້​ເປັນ​ສັດ​ອ້ວນ​ພີ​ແຫ່ງ​ເມືອງ​ບາ­ຊານ

2
39/19.txt Normal file
View File

@ -0,0 +1,2 @@
ແລະ​ເຈົ້າ​ຈະ​ຮັບ​ປະ­ທານ​ໄຂ­ມັນ​ຈົນ​ເຈົ້າ​ອີ່ມ ແລະ​ດື່ມ​ເລືອດ​ຈົນ​ເຈົ້າ​ເມົາ​ໃນ​ງານ​ລ້ຽງ​ບູ­ຊາ​ຊຶ່ງ​ເຮົາ​ໄດ້​ຖວາຍ​ເພື່ອ​ເຈົ້າ
20 ແລະ​ເຈົ້າ​ຈະ​ອີ່ມ​ທີ່​ໂຕະ​ຂອງ​ເຮົາ​ດ້ວຍ​ຊີ້ນ​ມ້າ ແລະ​ຜູ້​ຂີ່ ທັງ​ຊີ້ນ​ຂອງ​ຜູ້​ກ້າ­ຫານ ແລະ​ຂອງ​ນັກ­ຮົບ​ທຸກ​ຊະ­ນິດ’ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ

2
39/21.txt Normal file
View File

@ -0,0 +1,2 @@
\v 21 \v 22 ເຮົາ​ຈະ​ຕັ້ງ​ສະ­ຫງ່າ­ລາ­ສີ​ຂອງ​ເຮົາ​ໄວ້​ໃນ​ໝູ່​ປະ­ຊາ­ຊາດ​ທັງ­ຫລາຍ ແລະ​ປະ­ຊາ­ຊາດ​ທັງ​ໝົດ​ຈະ​ເຫັນ​ການ​ພິ­ພາກ­ສາ​ລົງ­ໂທດ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ເຮັດ ແລະ​ເຫັນ​ມື​ຂອງ​ເຮົາ​ຊຶ່ງ​ເຮົາ​ວາງ​ໄວ້​ເທິງ​ພວກ­ເຂົາ​ທັງ­ຫລາຍ
22 ຕັ້ງ­ແຕ່​ມື້​ນັ້ນ​ເປັນ­ຕົ້ນ​ໄປ ເຊື້ອ­ສາຍ​ອິສຣາເອນ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ

2
39/23.txt Normal file
View File

@ -0,0 +1,2 @@
\v 23 \v 24 ປະ­ຊາ­ຊາດ​ທັງ­ຫລາຍ​ຈະ​ຮູ້­ວ່າ ເຊື້ອ­ສາຍ​ອິສຣາເອນ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ​ຍ້ອນ​ຄວາມ​ຊົ່ວ­ຊ້າ​ຂອງ​ເຂົາ ເພາະ​ພວກ­ເຂົາ​ໄດ້​ລະ­ເມີດ​ຕໍ່​ເຮົາ ດັ່ງ­ນັ້ນ ເຮົາ​ຈຶ່ງ​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກ­ເຂົາ ແລະ​ມອບ​ພວກ­ເຂົາ​ໄວ້​ໃນ​ມື​ພວກ​ສັດ­ຕູ ພວກ­ເຂົາ​ຈຶ່ງ​ລົ້ມ­ລົງ​ດ້ວຍ​ດາບ​ໝົດ​ທຸກ​ຄົນ
24 ເຮົາ​ໄດ້​ເຮັດ​ຕໍ່​ຄວາມ​ເປິ­ເປື້ອນ ແລະ​ການ​ລະ­ເມີດ​ຂອງ​ພວກ­ເຂົາ​ທັງ­ຫລາຍ ແລະ​ເຮົາ​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກ­ເຂົາ

2
39/25.txt Normal file
View File

@ -0,0 +1,2 @@
\v 25 \v 26 \v 27 ເພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ບັດ­ນີ້ ເຮົາ​ຈະ­ໃຫ້​ຢາ­ໂຄບ​ກັບ​ສູ່​ສະ­ພາບ​ເດີມ ແລະ​ຈະ​ມີ​ຄວາມ​ກະ­ລຸ­ນາ​ຕໍ່​ເຊື້ອ­ສາຍ​ອິສຣາເອນ​ທັງ​ໝົດ ພວກ­ເຂົາ​ຈະ​ຫວງ​ແຫນ​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ
26 ເມື່ອ​ພວກ­ເຂົາ​ມາ​ອາ­ໄສ​ຢູ່​ຢ່າງ​ປອດ­ໄພ​ໃນ​ແຜ່ນ­ດິນ ໂດຍ​ບໍ່­ມີ​ຜູ້­ໃດ​ເຮັດ­ໃຫ້​ພວກ­ເຂົາ​ຢ້ານ​ກົວ ພວກ­ເຂົາ​ຈະ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ຂອງ­ຕົນ ທັງ​ການ​ລະ­ເມີດ​ຊຶ່ງ​ພວກ­ເຂົາ​ໄດ້​ເຄີຍ​ປະ­ພຶດ​ຕໍ່​ເຮົາ