2019-10-15 17:04:50 +00:00
|
|
|
\v 43 ແລ້ວເຮົາໄດ້ກ່າວເລື່ອງນາງວ່າ ຜູ້ທີ່ເຂົາໄດ້ລ່ວງປະເວນີ, 'ບັດນີ້ ພວກຊາຍເຫລົ່ານັ້ນຈະຍັງເຂົ້າຫານາງ ແລະນາງກໍຈະຮ່ວມນອນພວກເຂົາຢູ່.' \v 44 ເພາະພວກເຂົາເຫລົ່ານັ້ນຍັງເຂົ້າມາຫານາງ ແລະນອນກັບນາງ ເຫມືອນຢ່າງຜູ້ຊາຍທີ່ໄປນອນກັບຍິງທີ່ເປັນໂສເພນີ. ດັ່ງນັ້ນ ພວກເຂົາກໍເຂົ້າຫາໂອໂຮລາກັບໂອໂຮລີບາຊຶ່ງເປັນຜູ້ຍິງຜິດສິນລະທຳ. \v 45 ແຕ່ຄົນຊອບທຳຈະພິພາກສາພວກນາງດ້ວຍຄຳພິພາກສາອັນຄວນແກ່ຍິງຜູ້ລ່ວງປະເວນີ ແລະພວກເຂົາຈະພິພາກສາພວກນາງດ້ວຍຄຳພິພາກສາອັນຄວນແກ່ຍິງຜູ້ເຮັດໃຫ້ຄົນເລືອດຕົກ, ເພາະພວກນາງເປັນຍິງລ່ວງປະເວນີ ແລະມຶຂອງພວກນາງ ກໍເປື້ອນເລືອດ.
|