2019-10-12 15:06:55 +00:00
|
|
|
\c 3 \v 1 ພຣະເຈົ້າຊົງກ່າວກັບຂ້າພະເຈົ້າຕໍ່ໄປວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງກິນຫນັງສືມ້ວນນີ້ ຊຶ່ງຢູ່ຕໍ່ຫນ້າເຈົ້ານີ້ ແລ້ວໄປກ່າວກັບປະຊາຊົນອິສຣາເອນ.” \v 2 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ອ້າປາກ ແລະພຣະອົງຊົງຍື່ນຫນັງສືມ້ວນໃຫ້ຂ້າພະເຈົ້າກິນ. \v 3 ພຣະອົງຊົງກ່າວກັບຂ້າພະເຈົ້າອີກວ່າ, “ບຸດມະນຸດເອີຍ, ຈົ່ງເຮັດໃຫ້ທ້ອງຂອງເຈົ້າອີ່ມ ແລະກິນຫນັງສືມ້ວນທີ່ເຮົາມອບໃຫ້ແກ່ເຈົ້າ!” ດັ່ງນັນ ຂ້າພະເຈົ້າກໍກິນ ແລະຫນັງສືມ້ວນນັ້ນ ມັນມີລົດຫວານເຫມືອນນ້ຳເຜິ້ງໃນປາກຂອງຂ້າພະເຈົ້າ.
|