2019-10-18 06:59:40 +00:00
|
|
|
\v 21 ຈົ່ງປະກາດກັບພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາຈະນຳເອົາຄົນອິດສະຣາເອນອອກຈາກທ່າມກາງບັນດາຊົນຊາດທີ່ພວກເຂົາອາໄສຢູ່ດ້ວຍນັ້ນ ແລະຈະເຕົ້າໂຮມພວກເຂົາຈາກຮອບດ້ານ ແລ້ວນຳພວກເຂົາມາຍັງແຜ່ນດິນຂອງພວກເຂົາ. \v 22 ເຮົາຈະເຮັດໃຫ້ພວກເຂົາເປັນຊົນຊາດດຽວໃນແຜ່ນດິນນັ້ນທີ່ຢູ່ໃນພູທັງຫລາຍຂອງອິດສະຣາເອນ ແລະທີ່ນັ້ນຈະມີກະສັດອົງດຽວເປັນປະມຸກເຫນືອພວກເຂົາທັງຫມົດ. ພວກເຂົາຈະບໍ່ຖືກແບ່ງອອກເປັນສອງອານາຈັກອີກຕໍ່ໄປ. \v 23 ແລ້ວພວກເຂົາຈະບໍ່ເຮັດຕົວຂອງພວກເຂົາໃຫ້ເປັນມົນທິນດ້ວຍຮູບເຄົາລົບ, ຫລືການເຮັດບາບທຸກຢ່າງຂອງພວກເຂົາອີກຕໍ່ໄປ. ແຕ່ເຮົາຈະຊ່ອຍພວກເຂົາໃຫ້ພົ້ນຈາກການເຮັດທີ່ບໍ່ສັດຊື່ທີ່ພວກເຂົາໄດ້ເຮັດບາບ ແລະເຮົາຈະຊຳລະພວກເຂົາ. ດັ່ງນັ້ນ ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.
|