2019-10-19 06:16:18 +00:00
|
|
|
\v 4 ແລ້ວເຂົາໄດ້ນຳຂ້ານ້ອຍຜ່ານທາງຂອງປະຕູດ້ານເຫນືອ ມາທີ່ຂ້າງຫນ້າຂອງພຣະວິຫານ. ຂ້ານ້ອຍເບິ່ງ ແລະເບິ່ງແມ, ພຣະສີຣິຂອງພຣະຢາເວອົງພຣະຜູ້ເປັນເຈົ້າປົກຄຸມທົ່ວພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຂ້ານ້ອຍກໍກົ້ມຫນ້າລົງເຖິງດິນ. \v 5 ແລ້ວພຣະຢາເວຊົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງເບິ່ງໃຫ້ເຕັມຕາ, ຈົ່ງເບິ່ງໃຫ້ເຕັມຫູ ແລະ ຈົ່ງເອົາໃຈໃສ່ທຸກສິ່ງທຸກຢ່າງ ທີ່ເຮົາກຳລັງຈະບອກເຈົ້າ ເລື່ອງກົດເກນທັງຫມົດຂອງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະກົດຫມາຍທັງຫມົດ. ຈົ່ງເອົາໃຈໃສ່ເລື່ອງທາງເຂົ້າ ແລະທາງອອກຂອງພຣະວິຍານ.
|