2019-10-25 05:54:46 +00:00
|
|
|
\v 27 ເບິ່ງແມ໋! ເຮົາຈະຕີເຈົ້າດ້ວຍມືຂອງເຮົາ ແລະ ຕັດອາຫານຂອງເຈົ້າ. ເຮົາຈະມອບຊີວິດຂອງເຈົ້າໃຫ້ແກ່ສັດຕູຂອງເຈົ້າ, ຄືບັນດາລູກສາວຄົນຟີລິດສະຕິນ, ຜູ້ຊຶ່ງລະອາຍໃນການປະພຶດອັນຊົ່ວຮ້າຍຂອງເຈົ້າ. \v 28 ເຈົ້າເຮັດຕົນຄືໂສເພນີກັບຄົນອັດຊີເຣຍດ້ວຍ ເພາະວ່າເຈົ້າບໍ່ຮູ້ຈັກອີ່ມ. ແລະ ເຈົ້າເຮັດຕົນຄືໂສເພນີ ແຕ່ເຖິງປານນັ້ນເຈົ້າກໍຍັງບໍ່ຮູ້ຈັກອີ່ມ. \v 29 ເຈົ້າຍັງເພີ່ມທະວີການກະທຳຂອງຍິງໂສເພນີໃນແຜ່ນດິນພໍ່ຄ້າຊາວບາບີໂລນ, ແລະ ເຖິງປານນັ້ນກໍຕາມ ເຈົ້າຍັງບໍ່ຮູ້ສຶກອີ່ມຫນຳສຳລານໃຈ.
|