2019-10-14 08:43:25 +00:00
|
|
|
|
\v 16 ເມື່ອຄົບເຈັດມື້ແລ້ວ ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍ, ຊົງກ່າວວ່າ, \v 17 "ບຸດແຫ່ງມະນຸດເອີຍ, ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຄົນຍາມເຊື້ອສາຍອິດສະຣາເອນ, ດັ່ງນັ້ນ ຈົ່ງຟັງຖ້ອຍຄຳຈາກປາກຂອງເຮົາ, ແລະກ່າວຄຳຕັກເຕືອນຈາກເຮົາແກ່ພວກເຂົາ. \v 18 ຖ້າເຮົາຈະບອກກັບຄົນຊົ່ວວ່າ, 'ເຈົ້າຈະຕ້ອງຕາຍແນ່' ແລະເຈົ້າບໍ່ໄດ້ຕັກເຕືອນເຂົາ ຫລືບໍ່ໄດ້ກ່າວຕັກເຕືອນຄົນຊົ່ວໃຫ້ຈາກທາງຊົ່ວຂອງເຂົາ ເພື່ອຊ່ວຍຊີວິດເຂົາໄວ້. ຄົນຊົ່ວຜູ້ນັ້ນກໍຈະຕາຍເສຍຍ້ອນບາບຂອງຕົນເອງ, ແຕ່ເລືອດຂອງເຂົາເຮົາຈະຮຽກຮ້ອງເອົາຈາກມືຂອງເຈົ້າ. \v 19 ຖ້າວ່າເຈົ້າໄດ້ຕັກເຕືອນຄົນຊົ່ວຮ້າຍແລ້ວ, ແຕ່ເຂົາຫັນກັບຈາກຄວາມຊົ່ວຂອງເຂົາ ຫລືຈາກທາງຊົ່ວຂອງເຂົາ, ແລ້ວເຂົາຕາຍເພາະຍ້ອນຄວາມຜິດບາບຂອງເຂົາ, ແຕ່ເຈົ້າຈະຊ່ວຍກູ້ຊີວິດຂອງເຈົ້າເອງໃຫ້ລອດ.
|