2019-10-22 08:15:34 +00:00
|
|
|
\v 3 ແລ້ວຜູ້ນັ້ນໄດ້ຍື່ນສ່ວນທີ່ຄ້າຍຄືກັບມືນັ້ນອອກມາ ແລະ ໄດ້ຈັບເອົາຜົມຈາກຫົວຂອງຂ້ານ້ອຍ; ແລະ ພຣະວິນຍານໄດ້ຊົງຍົກຂ້ານ້ອຍຂຶ້ນລະຫວ່າງໂລກ ແລະ ສະຫວັນ, ແລະ ໃນນິມິດຂອງພຣະເຈົ້ານັ້ນ, ພຣະອົງໄດ້ຊົງພາຂ້ານ້ອຍມາເຖິງນະຄອນເຢຣູຊາເລັມ, ມາເຖິງທາງເຂົ້າປະຕູທາງທິດເຫນືອຂອງເດີ່ນຊັ້ນໃນ ຊຶ່ງເປັນບ່ອນຕັ້ງຮູບເຄົາລົບທີ່ກໍ່ໃຫ້ເກີດຄວາມອິດສາຢ່າງຍິ່ງໃຫຍ່. \v 4 ແລ້ວ ເບິ່ງແມ໋, ພຣະສະຫງ່າຣາສີຂອງພຣະເຈົ້າແຫ່ງອິດສະຣາເອນກໍຢູ່ບ່ອນນັ້ນ, ເຫມືອນກັບນິມິດທີ່ຂ້ານ້ອຍໄດ້ເຫັນຢູ່ທົ່ງພຽງນັ້ນ
|