2019-11-02 05:08:50 +00:00
|
|
|
\v 24 ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນກະສັດເຫນືອພວກເຂົາ. ດັ່ງນັ້ນ ພວກເຂົາທັງຫມົດຈະມີຜູ້ລ້ຽງຜູ້ດຽວກັນ, ແລະ ພວກເຂົາຈະດຳເນີນຕາມກົດຫມາຍຂອງເຮົາ ແລະ ຮັກສາກົດເກນຂອງເຮົາ ແລະ ເຊື່ອຟັງ. \v 25 ພວກເຂົາຈະອາໄສຢູ່ໃນແຜ່ນດິນທີ່ເຮົາ ໄດ້ມອບໃຫ້ຢາໂຄບຜູ້ຮັບໃຊ້ຂອງເຮົາ, ຊຶ່ງເປັນບ່ອນທີ່ບັນພະບູລຸດຂອງພວກເຈົ້າໄດ້ອາໄສຢູ່ນັ້ນ. ພວກເຂົາຈະຢູ່ທີ່ນັ້ນຕະຫລອດໄປເປັນນິດ — ພວກເຂົາ, ພ້ອມທັງລູກຫລານຂອງພວກເຂົາ, ແລະ ເພາະດາວິດຜູ້ຮັບໃຊ້ຂອງເຮົາ ກໍຈະປົກຄອງພວກເຂົາເປັນນິດ.
|