2019-11-02 04:08:50 +00:00
|
|
|
\v 11 ແລ້ວພຣະຢາເວໄດ້ຊົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ກະດູກເຫລົ່ານີ້ ຄືປະຊາຊົນອິດສະຣາເອນທັງຫມົດ. ເບິ່ງແມ໋! ພວກເຂົາກ່າວວ່າ, 'ກະດູກຂອງພວກເຮົາແຫ້ງ, ແລະ ຄວາມຫວັງຂອງພວກເຮົາກໍຫມົດສີ້ນ. ພວກເຮົາໄດ້ຖືກທຳລາຍເສຍຫມົດ. \v 12 ເພາະສະນັ້ນ ຈົ່ງກ່າວຄຳທຳນວາຍ ແລະ ກ່າວແກ່ພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາຈະໄຂຂຸມຝັງສົບຂອງພວກເຂົາອອກມາຈາກຂຸມຝັງສົບຂອງພວກເຈົ້າ ແລະ ຍົກພວກເຂົາຂຶ້ນຈາກຂຸມເຫລົ່ານັ້ນ, ໄພພົນຂອງເຮົາເອີຍ. ເຮົາຈະນຳເຈົ້າກັບມາຍັງແຜ່ນດິນອິດສະຣາເອນ.
|