2019-10-15 00:28:25 +00:00
|
|
|
\v 18 ເຮົາໄດ້ເວົ້າກັບລູກຫລານຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານນັ້ນວ່າ, "ຢ່າດຳເນີນຕາມກົດເກນຂອງບັນພະບູລຸດຂອງເຈົ້າ ຫລືຮັກສາຂໍ້ຕັດສິນຂອງພວກເຂົາ ຫລືເຮັດຕົວເຈົ້າໃຫ້ເປັນມົນທິນດ້ວຍບັນດາຮູບເຄົາລົບ. \v 19 ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຈົ່ງດຳເນີນຕາມພຣະທຳຂອງເຮົາ ແລະຈົ່ງຮັກສາຂໍ້ຕັດສິນຂອງເຮົາ ແລະປະພຶດຕາມ. \v 20 ຈົ່ງຮັກສາວັນສະບາໂຕຂອງເຮົາໃຫ້ບໍຣິສຸດ ເພື່ອຈະເປັນຫມາຍສຳຄັນລະຫວ່າງເຮົາກັບເຈົ້າ ເພື່ອເຈົ້າຈະຮູ້ວ່າເຮົາແມ່ນພຣະຢາເວພຣະເຈົ້າຂອງພວກເຈົ້າ."
|