lo_ezk_text_ulb_l3/26/15.txt

1 line
1.3 KiB
Plaintext
Raw Normal View History

\v 15 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວແກ່​ເມືອງ​ຕີ­ເຣ​ວ່າ, 'ເກາະທັງຫລາຍ​ຈະ​ບໍ່​ສັ່ນ­ສະ­ເທືອນ ດ້ວຍ​ສຽງລົ້ມລົງຂອງເຈົ້າ, ແລະ ສຽງໂອ່ຍຄາງຂອງ​ຜູ້​ບາດ­ເຈັບ ເມື່ອ​ການ​ຂ້າ­ຟັນ​ໂຫດຮ້ຽມເກີດຂື້ນທ່າມກາງເຈົ້າບໍ? \v 16 1ແລ້ວເຈົ້າຊາຍແຫ່ງທະ­ເລທັງຫລາຍ ​ຈະ​ກ້າວ​ລົງ­ມາ​ຈາກ​ບັນ­ລັງ​ຂອງພວກເຂົາ ແລະ ຖອດ​ເສື້ອຄຸມ ແລະ ​ປົດ​ເຄື່ອງ​ແຕ່ງ​ກາຍ​ທີ່​ປັກ​ແສ່ວ​ອອກເສຍ. ພວກເຂົາຈະເອົາ​ເອົາ​ຄວາມ​ຢ້ານ​ກົວ​ມາ​ເປັນ​ເຄື່ອງ­ນຸ່ງ, ພວກເຂົາຈະນັ່ງຢູ່​ເທິງ​ພື້ນ­ດິນ ແລະ ສັ່ນ​ຢູ່​ທຸກ​ເວ­ລາ ແລະ ​ພວກເຂົາຢ້ານ​ກົວ​ເພາະ​ເຈົ້າ.