2019-10-13 10:07:15 +00:00
|
|
|
\v 13 ດັ່ງນັ້ນ ເຈົ້າຖືກປະດັບເຈົ້າດ້ວຍຄຳ ແລະເງິນ, ແລະເຈົ້າໄດ້ຖືກແຕ່ງຕົວດ້ວຍເສື້ອຜ້າປ່ານເນື້ອລະອຽດ, ຜ້າໃຫມ. ແລະຜ້າຖັກແສ່ວ; ເຈົ້າກິນຍອດແປ້ງ, ນ້ຳເຜິ້ງ ແລະນ້ຳມັນ, ແລະເຈົ້າໄດ້ກາຍເປັນຄົນສວຍງາມເລີດ ແລະເຈົ້າໄດ້ກາຍເປັນລາຊິນີ. \v 14 ຊື່ສຽງຂອງເຈົ້າກໍຊ່າລືໄປໃນທ່າມກາງປະຊາຊາດ ເພາະຄວາມງາມຂອງເຈົ້າ ດ້ວຍຄວາມງາມນັ້ນກໍສົມບູນ ເນື່ອງຈາກຄວາມງົດງາມ, ທີ່ເຮົາໄດ້ທຸ້ມເທໃຫ້ເຈົ້າ -ນີ້ເປັນຄຳປະອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວດັ່ງນີ້ແຫລະ
|