2019-10-18 14:23:08 +00:00
|
|
|
\v 3 ເມື່ອພຣະອົງໄດ້ຊົງນຳຂ້ານ້ອຍໄປຍັງບ່ອນນັ້ນ, ເບິ່ງແມ, ມີຊາຍຄົນຫນຶ່ງມີລັກສະນະຄ້າຍຄືທອງເຫລືອງ. ມີເຊືອກປ່ານເສັ້ນຫນຶ່ງ ແລະໄມ້ວັດແທກອັນຫນຶ່ງຢູ່ໃນມືທ່ານ ແລະທ່ານຢືນຢູ່ທີ່ປະຕູເມືອງ. \v 4 ຊາຍຜູ້ນັ້ນກ່າວແກ່ຂ້ານ້ອຍວ່າ “ບຸດແຫ່ງມະນຸດເອີຍ, ຈົ່ງເບິ່ງດ້ວຍຕາເອງເຖີດ,ແລະຈົ່ງຟັງດ້ວຍຫູທັງສອງຂອງເຈົ້າ ແລະຈົ່ງເອົາໃຈໃສ່ທຸກສິ່ງທີ່ເຮົາຈະສະແດງໃຫ້ແກ່ເຈົ້າ, ເພາະວ່າທີ່ເຮົານຳເຈົ້າມາບ່ອນນີ້ກໍເພື່ອຈະສະແດງມັນໃຫ້ແກ່ເຈົ້າ. ຈົ່ງລາຍງານທຸກສິ່ງທີ່ເຈົ້າເຫັນນັ້ນ ແກ່ເຊື້ອສາຍອິສຣາເອນ."
|