2019-10-21 11:55:08 +00:00
|
|
|
\c 3 \v 1 ພຣະເຈົ້າຊົງກ່າວກັບຂ້ານ້ອຍຕໍ່ໄປວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງກິນຫນັງສືມ້ວນນີ້ ຊຶ່ງຢູ່ຕໍ່ຫນ້າເຈົ້າ. ກິນຫນັງສືມ້ວນນີ້,ແລ້ວໄປເວົ້າຕໍ່ເຊື້ອສາຍຂອງອິສຣາເອນ.” \v 2 ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ອ້າປາກ, ແລະ ພຣະອົງຊົງຍື່ນຫນັງສືມ້ວນໃຫ້ຂ້ານ້ອຍກິນ. \v 3 ພຣະອົງຊົງກ່າວກັບຂ້ານ້ອຍອີກວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງເຮັດໃຫ້ທ້ອງຂອງເຈົ້າອີ່ມ ແລະ ກິນຫນັງສືມ້ວນທີ່ເຮົາມອບໃຫ້ແກ່ເຈົ້າ!” ດັ່ງນັ້ນ ຂ້ານ້ອຍກິນ ແລະ ຫນັງສືມ້ວນນັ້ນ ມັນມີລົດຫວານເຫມືອນນ້ຳເຜິ້ງໃນປາກຂອງຂ້ານ້ອຍ.
|