2019-10-30 12:07:07 +00:00
|
|
|
\v 25 ແຕ່ເຈົ້າ, ບຸດແຫ່ງມະນຸດເອີຍ, ໃນມື້ທີ່ເຮົາຢຶດວິຫານຂອງພວກເຂົາໄປ, ຊຶ່ງເປັນຄວາມຊື່ນຊົມຍິນດີຂອງພວກເຂົາ, ຄວາມພາກພູມໃຈຂອງພວກເຂົາ, ແລະ ເປັນສິ່ງທີ່ຊື່ນໃຈ ແລະ ໃຈປາດຖະຫນາຂອງພວກເຂົາ — ແລະ ເມື່ອເຮົາໄດ້ເອົາລູກຊາຍ ແລະລູກສາວຂອງພວກເຂົາໄປ — \v 26 ໃນວັນນັ້ນ ຜູ້ອົບພະຍົບຈະມາຫາເຈົ້າ ເພື່ອຈະແຈ້ງຂ່າວໃຫ້ເຈົ້າໄດ້ຍິນ! \v 27 ໃນວັນນັ້ນ ປາກຂອງເຈົ້າຈະຖືກເປີດຕໍ່ຫນ້າຜູ້ອົບພະຍົບ ແລະ ເຈົ້າຈະເວົ້າວ່າ — ເຈົ້າຈະບໍ່ຫງຽບອີກຕໍ່ໄປ. ເຈົ້າຈະເປັນຫມາຍສຳຄັນສຳລັບພວກເຂົາ ແລະ ພວກເຂົາຈະຮູ້ວ່າ ເຮົາແມ່ນພຣະຢາເວ.”
|