2019-10-12 15:08:55 +00:00
|
|
|
\v 11 ເພາະສະນັ້ນ, ເຮົາມີຊີວິດຢູ່ສັນໃດ-ພຣະຢາເວຜູ້ເປັນເຈົ້າພຊົງຈຶ່ງກ່າວວ່າ -ສິ່ງນີ້ແນ່ນອນວ່າ ເພາະເຈົ້າໄດ້ເຮັດໃຫ້ສະຖານທີ່ນະມັດສະການຂອງເຮົາເປັນມົນທິນດ້ວຍສິ່ງຫນ້າກຽດຊັງທັງຫມົດຂອງເຈົ້າ, ເຮົາຈະຕັດຈຳນວນຂອງເຈົ້າລົງ, ຄືສາຍຕາຂອງເຮົາຈະບໍ່ປານີເຈົ້າ, ແລະເຮົາຈະບໍ່ສົງສານເຈົ້າອີກ. \v 12 ຫນຶ່ງສ່ວນສາມຂອງພວກເຈົ້າຈະຕາຍເພາະພະຍາດລະບາດ, ແລະຖກືເຜົາຜານດ້ວຍການອຶດຢາກອາຫານໃນທ່າມກາງຫມູ່ພວກເຈົ້າ. ອີກຫນຶ່ງສ່ວນສາມຈະລົ້ມຕາຍດ້ວຍດາບຢູ່ຮອບໆເຈົ້າ. ແລະອີກຫນຶ່ງສ່ວນສາມ ເຮົາຈະໃຫ້ກະຈັດກະຈາຍໄປຕາມລົມທຸກທິດທາງ ແລະຈະຖອດດາບອອກໄລ່ຕາມພວກເຂົາທັງຫລາຍໄປດ້ວຍ.
|