lo_exo_text_ulb_l3/09/08.txt

1 line
1.4 KiB
Plaintext

\v 8 ແລ້ວພຣະຢາເວກ່າວແກ່ໂມເຊ ແລະ ອາໂຣນ, "ຈົ່ງກຳຂີ້ເຖົ່າຈາກເຕົາຂຶ້ນມາໃຫ້ເຕັມກຳມື. ເຈົ້າ, ໂມເຊ, ຕ້ອງຫວ່ານຂີ້ເຖົ່ານັ້ນຂຶ້ນໄປໃນອາກາດ ໃນຂະນະທີ່ຟາຣາໂອກຳລັງເຝົ້າເບິ່ງຢູ່. \v 9 ຂີ້ເຖົ່ານັ້ນຈະກາຍເປັນຝຸ່ນລະອອງຈະປົກຄຸມໄປທົ່ວແຜ່ນດິນອີຢິບ. ພວກເຂົາຈະເກີດຕຸ່ມຝີ ແລະເຈັບປວດຕາມຕົນໂຕ ຕະຫລອດທັງຄົນ ແລະສັດທັງຫມົດໃນອີຢິບ." \v 10 ດັ່ງນັ້ນໂມເຊ ແລະອາໂຣນຈຶ່ງນໍາຂີ້ເຖົ່າຈາກເຕົາໄຟໄປນຳ ແລະຢືນຢູ່ຕໍ່ ຫນ້າຂອງຟາຣາໂອ. ແລ້ວໂມເຊກໍໄດ້ຫວ່ານຂີ້ເຖົ່າຂຶ້ນໄປໃນອາກາດ. ຂີ້ເຖົ່ານັ້ນເຮັດໃຫ້ເກີດຕຸ່ມຝີ ແລະ ເຈັບປວດແຕກລາມທົ່ວໂຕທັງຄົນ ແລະ ສັດ.