lo_est_text_ulb_l3/09/20.txt

1 line
1.4 KiB
Plaintext

\v 20 ແລ້ວມໍເດໄກກໍໄດ້ບັນທຶກສິ່ງຕ່າງໆເຫລົ່ານີ້ ແລະ ໄດ້ສົ່ງຈົດຫມາຍໄປຍັງພວກຢິວທັງປວງທີ່ຢູ່ໃນແຂວງທັງຫມົດຂອງກະສັດອາ​ຫາ​ສຸ​ເອ​ຣັດ, ທັງໃກ້ ແລະໄກ, \v 21 ບັງຄັບໃຫ້ພວກເຂົາຮັກສາວັນທີສິບສີ່ ແລະ ວັນທີສິບຫ້າໃນເດືອນອາດານຂອງທຸກໆປີ. \v 22 ວັນເຫລົ່ານີ້ຄືວັນທີພວກຢິວໄດ້ພົ້ນຈາກສັດຕູຂອງພວກເຂົາ ແລະເປັນວັນທີຄວາມໂສກເສົ້າຂອງພວກເຂົາໄດ້ປ່ຽນເປັນຄວາມຊື່ນຊົມຍິນດີ ແລະປ່ຽນການຄ່ຳຄວນເປັນວັນແຫ່ງການສະເຫລີມສະຫລອງ. ພວກເຂົາຕ້ອງຈັດການສະເຫລີມສະຫລອງ ແລະ ຍິນດີແລະສົ່ງຂອງຂວັນຊຶ່ງເປັນອາຫານໃຫ້ແກ່ກັນແລະກັນແລະ ໃຫ້ຂອງຂວັນແກ່ຄົນຍາກຈົນ.