lo_est_text_ulb_l3/09/17.txt

1 line
1.2 KiB
Plaintext

\v 17 ເຫດການເຫລົ່ານີ້ເກີດຂຶ້ນໃນວັນທີສິບສາມ ຄືເດືອນອາດານ. ໃນວັນທີສິບສີ່ພວກເຂົາກໍພັກ ແລະມີການລ້ຽງ ແລະຍິນດີໃນວັນນັ້ນ. \v 18 ແຕ່ພວກຢິວທີ່ຢູ່ໃນເມືອງຊູຊາໄດ້ມາລວມຕົວກັນໃນວັນທີສິບສາມ ແລະວັນທີສິບສີ່ ພວກເຂົາຈຶ່ງພັກໃນວັນທີສິບຫ້າ ແລະໃຫ້ວັນນັ້ນເປັນວັນແຫ່ງການລ້ຽງສະຫລອງ ແລະຍິນດີ. \v 19 ເຫດນີ້ເອງພວກຢິວໃນຊົນນະບົດທີ່ອາໄສຢູ່ແຖບຮອບນອກ ໄດ້ໃຫ້ວັນທີສິບສີ່ໃນເດືອນອາດານເປັນວັນລ້ຽງສະຫລອງ ແລະ ຍິນດີຂອງພວກເຂົາແລະ ໃຫ້ເປັນວັນ ທີ່ພວກເຂົາຈະສົ່ງຂອງຂວັນເປັນອາຫານໃຫ້ແກ່ກັນແລະກັນ.