lo_est_text_ulb_l3/08/15.txt

1 line
1.3 KiB
Plaintext

\v 15 ຕໍ່ຫນ້າຂອງກະສັດ ມໍເດໄກໄດ້ສວມໃສ່ເສື້ອຂອງກະສັດເປັນເສື້ອສີຟ້າ ແລະສີຂາວ, ແລະໄດ້ສວມມົງກຸດທອງຄຳ ແລະເສື້ອຄຸມຜ້າປ່ານສີມ່ວງ, ແລ້ວຄົນໃນເມືອງຊູຊາຕ່າງກໍໄດ້ພາກັນໂຮ່ຮ້ອງຍິນດີ. \v 16 ພວກຢິວກໍເກີດຄວາມເບີກບານ ແລະ ຊື່ນຊົມຍິນດີ ແລະ ເປັນກຽດຕິຍົດ. \v 17 ໃນທຸກແຂວງ ແລະ ເມືອງຕ່າງໆ, ແລະ ຜູ້ປົກຄອງເມືອງໄປເຖິງ, ກໍໄດ້ເກີດຄວາມຊື່ນບານ ແລະ ຍິນດີທ່າມກາງພວກຄົນຢິວ, ມີການລ້ຽງສະຫລອງ ແລະວັນຢຸດພັກມີຄົນຢ່າງຫລວງຫລາຍຈາກແຜ່ນດິນຕ່າງໆ ໄດ້ກາຍເປັນຄົນຢິວ, ເພາະວ່າຄວາມຢ້ານຂອງຄົນຢິວໄດ້ຕົກຢູ່ເຫນືອພວກເຂົາ.