lo_est_text_ulb_l3/08/10.txt

1 line
1.5 KiB
Plaintext

\v 10 ມໍເດໄກໄດ້ຂຽນໃນນາມຂອງກະສັດອາ​ຫາ​ສຸ​ເອ​ຣັດ ແລະ ໄດ້ປຣະທັບຕຣາດ້ວຍຕຣາປຣະທັບຂອງກະສັດ. ເຂົາໄດ້ສົ່ງສານອອກໄປໂດຍຜູ້ສົ່ງສານມ້າໄວ ຊຶ່ງໃຊ້ສຳລັບຣາຊະການຂອງກະສັດ ເປັນມ້າທີ່ໄວທີ່ສຸດຈາກຄອກມ້າ. \v 11 ກະສັດໄດ້ຊົງມີຄຳສັ່ງອານຸຍາດ ໃຫ້ຄົນຢິວໃນທຸກແຂວງຮວມຕົວກັນເພື່ອຕຽມພ້ອມປົກປ້ອງຊີວິດຂອງພວກເຂົາຄືໃຫ້ທຳລາຍ ໃຫ້ຂ້າ ແລະໃຫ້ສັງຫານກອງທັບໃດກໍຕາມຫລືໃຜກໍຕາມ, ໃນແຂວງໃດກໍຕາມທີ່ອາດຈະໂຈມຕີພວກເຂົາ ລວມທັງເດັກແລະຜູ້ຍິງ, ແລະ ໂຈນທີ່ຈະມາປຸ້ນເອົາຊັບສົມບັດຂອງພວກເຂົາ. \v 12 ນີ້ຈະຕ້ອງມີຂໍ້ບັງຄັບໃຊ້ໃນທຸກແຂວງຂອງກະສັດອາ​ຫາ​ສຸ​ເອ​ຣັດ, ຄືວັນທີສິບສາມຂອງເດືອນສິບສອງ ຄືເດືອນອາດານ.