1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 3 ແລ້ວພຣະຣາຊີນີເອສະເທີຈຶ່ງໄດ້ທູນຕອບວ່າ, "ຂ້າແຕ່ກະສັດ, ຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ແລະ ຫາກເປັນທີ່ພໍພະທັຍຂອງພຣະອົງ, ຂໍຊົງໄວ້ຊີວິດຂອງຂ້ານ້ອຍດ້ວຍເຖີດ - ນີ້ຄືຄຳຮ້ອງຂອງຂ້ານ້ອຍ, ແລະ ຂ້ານ້ອຍທູນຂໍຊີວິດຂອງຂ້ານ້ອຍ ແລະຊົນຊາດຂອງຂ້ານ້ອຍດ້ວຍ. \v 4 ເພາະພວກເຮົາໄດ້ຖືກຂາຍ, ທັງຂ້ານ້ອຍ ແລະ ປະຊາຊົນຂອງຂ້ານ້ອຍໃຫ້ຖືກທຳລາຍ ຖືກຂ້າ, ແລະ ລ້າງຜານເຜົ່າພັນ. ຫາກພວກເຮົາຖືກຂາຍເພື່ອໄປເປັນທາດ ບໍ່ວ່າຜູ້ຊາຍ ຫລືຜູ້ຍິງ, ຂ້ານ້ອຍຄົງເກັບງຽບເອົາໄວ້, ແລະ ບໍ່ທຸກຮ້ອນແຕ່ຢ່າງໃດ ເພາະນັ້ນອາດຈະລົບກວນກະສັດ." \v 5 ແລ້ວກະສັດອາຫາສຸເອຣັດ ຈຶ່ງໄດ້ຖາມພຣະຣາຊີນີເອສະເທີວ່າ, "ເຂົາຄືຜູ້ໃດ? ຄົນນັ້ນຢູ່ທີ່ໃດ ທີ່ຫົວໃຈຂອງເຂົາຊ່າງຄິດຮ້າຍຫຍັງເຊັ່ນນັ້ນ?" |