lo_est_text_ulb_l3/03/12.txt

1 line
1.7 KiB
Plaintext

\v 12 ແລ້ວໃນວັນທີສິບສາມ ຂອງເດືອນທີຫນຶ່ງ, ເສນາຂອງກະສັດຖືກຮ້ອງເຂົ້າໄປ, ແລະຂຽນປະກາດນັ້ນຕາມຄຳສັ່ງຂອງຮາມານທຸກຢ່າງ ເຖິງພວກຜູ້ປົກຄອງເມືອງຂອງກະສັດ, ຄືຄົນເຫລົ່ານັ້ນທີ່ຢູ່ທົ່ວທຸກແຂວງ ເຖິງເຈົ້ານາຍຂອງແຕ່ລະແຂວງ ແລະຄົນທັງປວງໃນແຂວງຕ່າງໆ ແລະ ເຖິງຂ້າຣາຊະການທຸກຄົນ, ເຖິງແຂວງທັງປວງໃນພາສາຂອງພວກເຂົາເອງ, ແລະ ເຖິງສານນີ້ໄດ້ຂຽນໂດຍນາມຂອງກະສັດອາ​ຫາ​ສຸ​ເອ​ຣັດ ແລະ ປຣະທັບຕາດ້ວຍແຫວນຂອງພຣະອົງ. \v 13 ຜູ້ສົ່ງສານໄດ້ມອບສານເຫລົ່ານັ້ນດ້ວຍມື ໄປຍັງແຂວງທັງຫມົດຂອງກະສັດ, ເພື່ອສັງຫານ, ເພື່ອຂ້າ, ແລະທຳລາຍຄົນຢິວທັງຫມົດ, ຕັ້ງແຕ່ຄົນຫນຸ່ມຈົນເຖິງຄົນແກ່, ເດັກ ແລະແມ່ຍິງ, ພາຍໃນວັນດຽວນັ້ນ - ຄືວັນທີສິບສາມຂອງເດືອນທີສິບສອງ (ເຊິ່ງເປັນເດືອນອາດາກ) - ແລະ ຄອບຄອງເອົາຊັບສິນຂອງພວກເຂົາ.