lo_est_text_ulb_l3/02/08.txt

1 line
1.3 KiB
Plaintext

\v 8 ເມື່ອຄຳສັ່ງສານຂອງກະສັດຖືກປະກາດອອກໄປ, ມີຍິງສາວຫລາຍຄົນຖືກນຳມາທີ່ປ້ອມປາການຂອງເມືອງຊູຊາ. ພວກເຂົາໄດ້ໃຫ້ຢູ່ພາຍໃຕ້ການດູແລຂອງເຮໄກ. ເອສະເທີກໍໄດ້ຖືກພາເຂົ້າໄປຍັງຣາຊະວັງຂອງກະສັດເຊັ່ນກັນ ແລະ ຮັບການດູແລຈາກເຮໄກ, ຜູ້ດູແລຜູ້ຍິງທັງຫມົດ. \v 9 ຍິງສາວນັ້ນເປັນທີ່ພໍໃຈເຂົາ, ແລະ ນາງໄດ້ຮັບຄວາມກາຣຸນາຈາກເຂົາ. ເຂົາໄດ້ຈັດຕຽມເຄື່ອງສຳອາງ ແລະ ອາຫານໃຫ້ແກ່ນາງຢ່າງທັນທີ. ເຂົາຍັງໄດ້ຈັດຕັ້ງສາວໃຊ້ເຈັດຄົນໃຫ້ແກ່ນາງຈາກຣາຊະວັງຂອງກະສັດ, ແລະ ເຂົາໄດ້ຍ້າຍນາງພ້ອມທັງສາວໃຊ້ໄປຍັງສະຖານທີ ທີ່ດີທີ່ສຸດໃນເຮືອນຂອງແມ່ຍິງ.