lo_est_text_ulb_l3/01/13.txt

1 line
1.5 KiB
Plaintext

\v 13 ດັ່ງນັ້ນພະອົງຈຶ່ງໄດ້ຊົງໄປປຶກສາກັບຜູ້ຊຳນານໃນເລື່ອງຂອງກາລະເທສະ (ເພາະເປັນທຳນຽມປະຕິບັດຂອງກະສັດທີ່ມີຕໍ່ບັນດາຜູ້ຊ່ຽວຊານດ້ານກົດຫມາຍ ແລະການພິພາກສາ). \v 14 ໃນຂະນະນັ້ນເຫລົ່າທີ່ປຶກສາທີ່ຢູ່ໃກ້ກັບພຣະອົງຄືກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ,ເມເຮັດ, ມາກເສນາ, ແລະ ເມມູການ, ເຈົ້ານາຍທັງເຈັດແຫ່ງເປີເຊັຽ ແລະເມເດັຽ. ພວກເຂົາສາມາດເຂົ້າເຝົ້າກະສັດ, ແລະພວກເຂົາມີຕຳແຫນ່ງສູງສຸດໃນຣາຊະສຳນັກຂອງຣາຊະອານາຈັກ. \v 15 "ຕາມກົດຫມາຍແລ້ວຕ້ອງເຮັດຢ່າງໃດຕໍ່ການກະທຳຂອງພຣະຣາຊີນີວາຊະຕີ ເພາະນາງບໍ່ໄດ້ຊົງເຊື່ອຟັງຄຳບັນຊາຂອງກະສັດອາ​ຫາ​ສຸ​ເອ​ຣັດ, ຊຶ່ງໄດ້ຊົງຮັບສັ່ງຜ່ານເຫລົ່າຂ້າຣາຊະການເຖິງພຣະນາງ?"