lo_est_text_ulb_l3/01/09.txt

1 line
1.2 KiB
Plaintext

\v 9 ສ່ວນວ່າຣາຊີນີວາຊະຕີເອງກໍໄດ້ຊົງຈັດງານລ້ຽງແກ່ເຫລົ່າສະຕຣີ ຊຶ່ງຢູ່ໃນຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດດ້ວຍເຊັ່ນກັນ. \v 10 ໃນວັນທີເຈັດ, ເມື່ອຈິດໃຈຂອງກະສັດໄດ້ຊົງເບີກບານດ້ວຍເຫລົ້າອາງຸ່ນແລ້ວ, ພຣະອົງໄດ້ຊົງບັນຊາໃຫ້ ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ ກາກກັດ (ຊາຍຕອນທັງເຈັດຜູ້ທີ່ໄດ້ຮັບໃຊ້ພຣະອົງ), \v 11 ໃຫ້ໄປທູນເຊີນພຣະຣາຊີນີວາຊະຕີມາພົບພຣະອົງພ້ອມດ້ວຍມຸງກຸດຂອງນາງ. ພຣະອົງໄດ້ຊົງປາຖນາໃຫ້ປະຊາຊົນ ແລະ ບັນດາຂຸນນາງທັງຫລາຍໄດ້ຊື່ນຊົມໃນຄວາມງາມຂອງພຣະນາງ.