1 line
1.3 KiB
Plaintext
1 line
1.3 KiB
Plaintext
\c 9 \v 1 ບັດນີ້ໃນເດືອນທີສິບສອງ, ຄືເດືອນອາດານ, ໃນວັນທີສິບສາມ, ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ, ໃນວັນທີ່ສັດຕຣູຂອງພວກຢິວໄດ້ຫວັງວ່າຈະມີອຳນາດເຫນືອພວກເຂົາ, ແຕ່ກັບກາຍເປັນພວກຢິວທີ່ໄດ້ມີອຳນາດເຫນືອຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ. \v 2 ພວກຢິວກໍໄດ້ມາລວມຕົວກັນໃນເມືອງຕ່າງໆ ຂອງພວກເຂົາຕະຫລອດຈົນທົ່ວທຸກແຂວງຂອງກະສັດອາຫາສຸເອຣັດ, ເພື່ອຂ້າຄົນເຫລົ່ານັ້ນທີ່ພະຍາຍາມນຳຄວາມຫາຍະນະມາໃຫ້ພວກເຂົາ. ບໍ່ມີໃຜຢືນຢັດຕໍ່ສູ້ພວກເຂົາໄດ້, ເພາະຄວາມຢ້ານທີ່ມີຕໍ່ພວກຢິວໄດ້ຕົກຢູ່ນຳຄົນທັງປວງ. |