lo_est_text_ulb_l3/08/01.txt

1 line
1.0 KiB
Plaintext

\c 8 \v 1 ໃນວັນນັ້ນ ກະສັດອາ​ຫາ​ສຸ​ເອ​ຣັດໄດ້ມອບຊັບສິນຂອງຮາມານ, ສັດຕຣູຂອງພວກຢິວໃຫ້ແກ່ພຣະຣາຊີນີເອສະເທີ ແລະ ມໍເດໄກກໍໄດ້ເລີ່ມບົວລະບັດຮັບໃຊ້ກະສັດ, ເພາະນາງເອສະເທີໄດ້ທູນກະສັດວ່າ ມໍເດໄກກ່ຽວຂ້ອງກັບນາງຢ່າງໃດ. \v 2 ກະສັດໄດ້ເອົາແຫວນປຣະທັບຕາຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງຍຶດຄືນມາຈາກຮາມານ, ແລະມອບໃຫ້ກັບມໍເດໄກ. ແລ້ວນາງເອສະເທີ ກໍໄດ້ແຕ່ຕັ້ງມໍເດໄກໃຫ້ເປັນຜູ້ດູແລເຫນືອຊັບສົມບັດຕ່າງໆ ຂອງຮາມານ.