lo_est_text_ulb_l3/01/09.txt

1 line
1.2 KiB
Plaintext

\v 9 ສ່ວນວ່າຣາຊີນີວາຊະຕີເອງກໍໄດ້ຊົງຈັດງານລ້ຽງແກ່ເຫລົ່າສະຕຣີ ຊຶ່ງຢູ່ໃນພຣະຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດດ້ວຍເຊັ່ນກັນ. \v 10 ໃນວັນທີເຈັດ, ເມື່ອພະໄທຂອງກະສັດໄດ້ຊົງເບີກບານດ້ວຍເຫລົ້າອາງຸ່ນແລ້ວ, ພະອົງໄດ້ຊົງບັນຊາໃຫ້ ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ ກາກກັດ (ຊາຍຕ່ອນທັງເຈັດຜູ້ທີ່ໄດ້ຮັບໃຊ້ພະອົງ), \v 11 ໃຫ້ໄປທູນເຊີນພະຣາຊີນີວາຊະຕີມາພົບພະອົງພ້ອມດ້ວຍມຸງກຸດຂອງນາງ. ພະອົງໄດ້ຊົງປາດຖະຫນາໃຫ້ປະຊາຊົນ ແລະ ບັນດາຂຸນນາງທັງຫລາຍໄດ້ຊື່ນຊົມໃນຄວາມງາມຂອງພະນາງ.