lo_est_text_ulb_l3/08/10.txt

1 line
1.4 KiB
Plaintext

\v 10 ມໍເດໄກໄດ້ຂຽນໃນນາທຂອງກະສັດເຊເຊັດແລະປະທັບຕາດ້ວຍຕາຂອງກະສັດ ເຂົາໄດ້ສົ່ງສານອອກໄປໂດຍຜູ້ສົ່ງສານມ້າໄວຊຶ່ງໃຊ້ສຳຫລັບຣາຊການຂອງກະສັດ ເປັນມ້າທີ່ໄວທີ່ສຸດຈາກຄອກມ້າ \v 11 ກະສັດໄດ້ຊົງມີຮັບສັ່ງອານຸຍາດໃຫ້ຄົນຢິວໃນທຸກແຂວງຮ່ວມຕົວກັນເພື່ອຕຽມພ້ອມປົກປ້ອງຊີວິດຂອງພວກເຂົາຄືໃຫ້ທຳລາຍ ໃຫ້ຂ້າແລະໃຫ້ສັງຫານກອງທັບໃດກໍຕາມຫຮືໃຜກໍຕາມ ຫຮືໃນແຂວງໃດກໍຕາມທີ່ອາດຈະໂຈມຕີພວກເຂົາ ຮ່ວມທັງເດັກແລະຜູ້ຍິງ ແລະທີ່ຈະມາປົ້ນເອົາຊັບສົມບັດຂອງພວກເຂົາ \v 12 ນີ້ຈະຕ້ອງມີຂໍ້ບັງຄັບໃນທຸກແຂວງຂອງກະສັດເຊເຊັດ ຄືວັນທີສິບສາມຂອງເດືອນສິບສອງ ຄືເດືອນອາດານ