\v 15 ບັດນີ້ເມື່ອເຖິງເວລາຂອງເອສະເທີ (ລູກສາວຂອງອາບີໄຮ, ລຸງຂອງມໍເດໄກ, ຜູ້ທີ່ໄດ້ຮັບນາງໄປເປັນລູກສາວຂອງຕົນ) ເພື່ອເຂົ້າໄປບົວລະບັດກະສັດ, ນາງບໍ່ໄດ້ຮ້ອງຂໍສິ່ງໃດເລີຍ ເວັ້ນແຕ່ສິ່ງທີ່ເຮໄກ ຊາຍຕອນຂອງກະສັດ, ໄດ້ແນະນຳແກ່ນາງ, ຕອນນີ້ເອສະເທີໄດ້ເປັນທີ່ຊື່ນຊອບຂອງທຸກຄົນທີ່ໄດ້ພົບເຫັນນາງ. \v 16 ເອສະເທີຖືກພາເຂົ້າໄປໃນພຣະຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດໃນເດືອນທີສິບ, ຊຶ່ງເປັນເດືອນຂອງເຕເບັດຊຶ່ງເປັນປີທີເຈັດຂອງຣາຊະການຂອງພຣະອົງ