\v 12 ເມື່ອເຖິງຜຽນຂອງຍິງສາວແຕ່ລະຄົນຈະຕ້ອງເຂົ້າໄປຫາກະສັດອາ​ຫາ​ສຸ​ເອ​ຣັດ - ຕາມຂໍ້ບັງຄັບສຳລັບຍິງສາວ, ຄືແຕ່ລະຄົນຕ້ອງຜ່ານການດູແລດ້ານຄວາມສວຍງາມໃຫ້ຄົບເປັນເວລາສິບສອງເດືອນ, ແລ້ວການຊະໂລມກາຍດ້ວຍນ້ຳມັນຫອມ ແລະ ສຳອາງເວລາຫົກເດືອນ - \v 13 ເມື່ອຍິງສາວແຕ່ລະຄົນເຂົ້າເຝົ້າກະສັດ, ສິ່ງໃດທີ່ນາງປາຖນາຈະໄດ້ຮັບຈາກເຮືອນຂອງແມ່ຍິງ, ເພາະນາງສາມາດນຳເຂົ້າຍັງພຣະຣາຊວັງໄດ້.