lo_eph_text_ulb_l3/02/13.txt

1 line
1.6 KiB
Plaintext

\v 13 ແຕ່ບັດນີ້ໂດຍສະເພາະ ພຣະເຢຊູຄຣິດເຈົ້າ ພວກເຮົາຊຶ່ງຄັ້ງຫນຶ່ງເຄີຍຢູ່ຫ່າງໄກຈາກພຣະເຈົ້າ ຖືກນຳເຂົ້າມາໃກ້ແລ້ວ ໂດຍຜ່ານທາງພຣະໂລຫິດ ຂອງພຣະຄຣິດເຈົ້າ. \v 14 ເພາະວ່າພຣະອົງຊົງ ເປັນອົງສັນຕິສຸກ ຂອງເຮົາທັງຫລາຍ ຜູ້ຊົງ ກະທຳໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນໄດ້. ໂດຍເນື້ອຫນັງຂອງພຣະອົງເອງ ພຣະອົງຊົງທຳລາຍກຳແພງ ແຫ່ງຄວາມແຕກແຍກທີ່ຂວາງກັ້ນເຮົາໄວ້. \v 15 ນັ້ນຄື ພຣະອົງໄດ້ຊົງຍົກເລີກບັນຊີ ແລະ ກົດບັນຍັດຕ່າງໆ ເພື່ອຈະໄດ້ສ້າງຄົນໃຫມ່ ຄົນ ດຽວຂື້ນໃນພຣະອົງ, ແລະ ພຣະອົງຊົງສ້າງສັນຕິສຸກ. \v 16 ພຣະຄຣິດເຈົ້າ ໃຫ້ຄົນທັງສອງພວກໄດ້ຄືນດີ ກາຍເປັນກາຍອັນດຽວກັນສຳລັບພຣະເຈົ້າ ໂດຍທາງໄມ້ກາງແຂນນັ້ນ ພຣະອົງໄດ້ກຳຈັດຄວາມເປັນສັດຕຣູກັນໃຫ້ສູນສິ້ນໄປ.