lo_eph_text_ulb_l3/02/01.txt

1 line
1.4 KiB
Plaintext

\c 2 \v 1 ແລະສ່ວນທ່ານນັ້ນ, ທ່ານໄດ້ຕາຍແລ້ວຝ່າຍວິນຍານ ຍ້ອນຄວາມບໍ່ເຊື່ອຟັງ ແລະ ເຮັດບາບນາໆປະການຂອງທ່ານ. \v 2 ຄັ້ງຫນຶ່ງພວກເຈົ້າເຄີຍປະຕິບັດສິ່ງເຫຼົ່ານີ້ ຕາມຍຸກສະໃຫມຂອງໂລກ. ທ່ານໄດ້ດຳເນີນຊີວິດຕາມຜູ້ທີ່ມີຣິດອຳນາດປົກຄອງ ຢູ່ໃນຍ່ານອາກາດ, ວິນຍານຊຶ່ງຄອບງວຳ ຢູ່ທ່າມກາງຜູ້ທີ່ບໍ່ເຊື່ອຟັງ. \v 3 ຄັ້ງຫນຶ່ງພວກເຮົາທຸກຄົນກໍເຄີຍດຳເນີນຊີວິດທ່າມກາງຄົນເຫລົ່ານີ້, ຊຶ່ງກະທຳຕາມຄວາມປາຖະໜາຊົ່ວຕາມທຳມະຊາດເນື້ອຫນັງຂອງພວກເຮົາ, ແລະ ເຮົາໄດ້ກະທຳຕາມຄວາມຕ້ອງການຂອງເນື້ອຫນັງ ແລະ ຄວາມຄິດ. ເຮົາຈຶ່ງເປັນຜູ້ທີ່ຕອ້ງຖືກລົງໂທດ ເຊັ່ນດຽວກັບຄົນອື່ນໆ.