lo_eph_text_ulb_l3/02/19.txt

1 line
1.3 KiB
Plaintext
Raw Permalink Normal View History

\v 19 ເຫດສະນັ້ນ, ເຈົ້າທັງຫລາຍ ຊຶ່ງເປັນຄົນຕ່າງຊາດ ຈຶ່ງບໍ່ແມ່ນຄົນແປກຫນ້າ ແລະ ຕ່າງດ້າວຕ່າງແດນອີກຕໍ່ໄປ. ແຕ່ພວກເຈົ້າ ຄືໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະ ເປັນສະມະຊິກໃນຄອບຄົວຂອງພຣະເຈົ້າ. \v 20 ພວກເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ, ແລະພຣະເຢຊູຄຣິດເຈົ້າເອງ ຊົງເປັນຫີນເສົາເອກ. \v 21 ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະຫນິດກັນດີ ແລະ ຈະເຣີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. \v 22 ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນ ໃຫ້ເປັນທີ່ສະຖິດ ຂອງພຣະເຈົ້າ ໂດຍພຣະວິນຍານເຫມືອນກັນ.