lo_deu_tn_l3/10/20.txt

26 lines
3.2 KiB
Plaintext

[
{
"title": "ຂໍ້​ມູນ​ທົ່ວ​ໄປ:",
"body": "ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນໆຫນຶ່ງ, ສະນັ້ນຄຳວ່າ “ຂອງເຈົ້າ” ແລະ “ເຈົ້າ” ແມ່ນຄົນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: figs_you)"
},
{
"title": "ຈະນະມັດສະການພຣະອົງ",
"body": "\"ພຣະອົງແມ່ນຜູ້ທີ່ທ່ານຕ້ອງນະມັດສະການ\""
},
{
"title": "ທ່ານຕ້ອງຜູກພັນຢູ່ກັບພຣະອົງ",
"body": "ການທີ່ຈະມີຄວາມສຳພັນທີ່ດີກັບພຣະຢາເວ ແລະເພິ່ງພາອາໄສພຣະອົງຢ່າງສົມບູນແມ່ນເວົ້າເຖິງວ່າຄົນນັ້ນຕ້ອງຍຶດຕິດກັບກັບພຣະອົງ. ອາດແປໄດ້ອີກວ່າ: \"ທ່ານຕ້ອງເພິ່ງພາພຣະອົງ\" ຫລື \"ພຣະອົງແມ່ນຜູ້ທີ່ທ່ານຕ້ອງເພິ່ງພາ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ເເລະ ສາບານໂດຍພຣະນາມຂອງພຣະອົງ",
"body": "ການສາບານໂດຍໃຊ້ນາມຊື່ຂອງພຣະຢາເວ ຫມາຍຄວາມວ່າຈະເຮັດໃຫ້ພຣະຢາເວເປັນພື້ນຖານ ຫລືມີອຳນາດໃນຄຳສາບານທີ່ເຮັດຂຶ້ນ. ທີ່ນີ້ \"ພຣະນາມ\" ເປັນຕົວແທນໃຫ້ແກ່ພຣະຢາເວ. ເບິ່ງວິທີທີ່ແປປະໂຫຍກທີ່ຄ້າຍຄືກັນນີ້ໃນ 6:13. ອາດແປໄດ້ອີກວ່າ: \"ທ່ານຈະສາບານ ແລະຂໍໃຫ້ພຣະຢາເວຢືນຢັນ\" ຫລື \"ເມື່ອທ່ານສາບານທ່ານຈະເອີ່ຍພຣະນາມຂອງພຣະອົງ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຕາມທີ່ດວງຕາຂອງພວກທ່ານໄດ້ເເນມເຫັນນັ້ນ",
"body": "ໃນນີ້ “ ຕາ” ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: \"ທີ່ທ່ານເອງໄດ້ເຫັນ\" (ເບິ່ງເພີ່ມເຕີມ: figs_synecdoche)"
},
{
"title": "ພຣະອົງຄືຄຳສັນລະເສີນຂອງພວກທ່ານ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) \"ພຣະອົງແມ່ນຜູ້ທີ່ທ່ານຕ້ອງສັນລະເສີນ\" ຫລື 2) \"ແມ່ນຍ້ອນວ່າທ່ານນະມັດສະການພຣະອົງທີ່ວ່າຄົນອື່ນຈະຍ້ອງຍໍທ່ານ\""
}
]