lo_deu_tn_l3/19/08.txt

58 lines
5.7 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂມເຊຍັງເວົ້າກັບປະຊາຊົນອິດສະຣາເອນຢູ່."
},
{
"title": "ຂະຫຍາຍເຂດເເດນຂອງພວກທ່ານ",
"body": "\"ປະທານໃຫ້ເຈົ້າມີທີ່ດິນແດນເພີ່ມເຕີມເພຶ່ອຍຶດຄອງ\""
},
{
"title": "ດັ່ງທີ່ພຣະອົງໄດ້ສັນຍາເເກ່ບັນດາບັນພະບຸຣຸດຂອງພວກທ່ານໃຫ້ເຮັດ",
"body": "\"ຄືກັບທີ່ພຣະອົງສັນຍາກັບບັນພະບຸລຸດຂອງທ່ານວ່າພຣະອົງຈະເຮັດ\""
},
{
"title": "ຖ້າພວກທ່ານຖືຮັກສາບັນຍັດທັງຫມົດເຫລົ່ານີ້ເພື່ອເຮັດຕາມ",
"body": "\"ຖ້າທ່ານເຊື່ອຟັງຄຳສັ່ງທັງໝົດນີ້\""
},
{
"title": "ທີ່ຈະດຳເນີນໃນທາງຂອງພຣະອົງສະເຫມີ",
"body": "ການທີ່ພຣະເຈົ້າຕ້ອງການໃຫ້ບຸກຄົນໃດໜຶ່ງດຳເນີນຫລືປະພຶດຄືໄດ້ເວົ້າເຖິງວິທີການຫລືວິຖີທາງຂອງພຣະຢາເວ. ບຸກຄົນຜູ້ທີ່ເຊື່ອຟັງພຣະຢາເວແມ່ນເວົ້າຄືກັບວ່າຖ້າຫາກວ່າລາວໄດ້ດຳເນີນຕາມທາງຫລືເສັ້ນທາງຂອງພຣະຢາເວ. ອາດແປໄດ້ອີກວ່າ: \"ຕ້ອງເຊື່ອຟັງພຣະອົງສະເໝີ\" (ເບິ່ງ: figs_metaphor)"
},
{
"title": "ເເລ້ວພວກທ່ານຕ້ອງເພີ່ມເມືອງເຫລົ່ານີ້ທັງສາມເມືອງເພື່ອທ່ານເອງ",
"body": "ຄວາມໝາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: \"ຫຼັງຈາກນັ້ນທ່ານຕ້ອງເລືອກສາມຕົວເມືອງຕື່ມອີກສຳລັບບຸກຄົນທີ່ຈະໜີໄປໄດ້ຖ້າລາວຂ້າຄົນໂດຍບໍ່ຕັ້ງໃຈ\" (ເບິ່ງ: translate_numbers ແລະ figs_explicit)"
},
{
"title": "ນອກເຫນືອຈາກສາມເມືອງເຫລົ່ານີ້",
"body": "\"ນອກເໜືອໄປຈາກສາມເມືອງທີ່ທ່ານສ້າງຕັ້ງຂື້ນແລ້ວ\" (ເບິ່ງ: translate_numbers)"
},
{
"title": "ເຮັດແບບນີ້ເພື່ອວ່າເລືອດທີ່ບໍລິສຸດຈະບໍ່ຕົກ",
"body": "ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບໂດຍກົງ. ອາດແປໄດ້ອີກວ່າ: \"ເຮັດແນວນີ້ເພື່ອວ່າສະມາຊິກໃນຄອບຄົວຈະບໍ່ຂ້າຄົນທີ່ບໍລິສຸດ\" (ເບິ່ງ: figs_activepassive)"
},
{
"title": "ເລືອດທີ່ບໍລິສຸດຈະບໍ່ຖືກຕົກ",
"body": "ໃນນີ້ “ ເລືອດ” ຫມາຍເຖິງຊີວິດຂອງຄົນເຮົາ. ການເສຍເລືອດ ໝາຍເຖິງການຂ້າຄົນ. ໃນນີ້ຖືກລະບຸໄວ້ໃນຮູບແບບໂດຍກົງ. ອາດແປໄດ້ອີກວ່າ: \"ບໍ່ມີໃຜຂ້າຄົນທີ່ບໍລິສຸດ\" (ເບິ່ງ: figs_metonymy ແລະ figs_activepassive)"
},
{
"title": "ຕົກຢູ່ໃນດິນແດນພວກທ່ານ",
"body": "\"ໃນແຜ່ນດິນ\" ຫລື \"ໃນອານາເຂດ\""
},
{
"title": "ພຣະຢາເວພຣະເຈົ້າຂອງທ່ານໄດ້ປະທານໃຫ້ເປັນເຫມືອນມໍລະດົກ",
"body": "ແຜ່ນດິນທີ່ພຣະຢາເວຈະປະທານໃຫ້ແກ່ປະຊາຊົນອິດສະຣາເອນຖືກກ່າວຄືກັບວ່າມັນເປັນມໍລະດົກ. (ເບິ່ງ: figs_metaphor)"
},
{
"title": "ເພື່ອຈະບໍ່ໃຫ້ຄວາມຜິດເນື່ອງຈາກໂລຫິດຕົກຢູ່ນຳພວກທ່ານ",
"body": "ຊາວອິດສະຣາເອນມີຄວາມຜິດຕໍ່ຜູ້ທີ່ເສຍຊີວິດຍ້ອນວ່າພວກເຂົາບໍ່ໄດ້ສ້າງເມືອງບ່ອນທີ່ລາວໄປຢູ່ລີ້ໄພຈາກ \"ຜູ້ອາຄາດໂລຫິດ\" ກ່າວຄືກັບວ່າຄວາມຜິດຂອງການຕາຍຂອງຄົນນັ້ນຢູ່ກັບພວກເຂົາ. (ເບິ່ງ: figs_metaphor)"
},
{
"title": "?",
"body": "?"
},
{
"title": "ຢູ່ນຳພວກທ່ານ",
"body": "ນີ້ໝາຍຄວາມວ່າຖ້າສະມາຊິກໃນຄອບຄົວຂ້າຄົນທີ່ບໍ່ມີຄວາມຜິດ, ຫຼັງຈາກນັ້ນປະຊາຊົນອິດສະຣາເອນທຸກຄົນຈະມີຄວາມຜິດໃນການປ່ອຍໃຫ້ສິ່ງນັ້ນເກີດຂື້ນ."
}
]