lo_deu_tn_l3/29/27.txt

22 lines
3.3 KiB
Plaintext

[
{
"title": "ພຣະພິໂຣດຂອງພຣະຢາເວພຣະເຈົ້າຂອງພວກທ່ານຈຶ່ງພຸ່ງຂຶ້ນໂຈມຕີດິນເເດນນີ້",
"body": "ໂມເຊໄດ້ປຽບທຽບພຣະຢາເວທີ່ໃຈຮ້າຍໃຫ້ຜູ້ໃດຜູ້ຫນຶ່ງກຳລັງເລີ່ມກໍ່ໄຟ. ສິ່ງນີ້ເນັ້ນເຖິງອຳນາດຂອງພຣະເຈົ້າທີ່ຈະທຳລາຍສິ່ງໃດກໍ່ຕາມທີ່ເຮັດໃຫ້ພຣະອົງໂກດແຄ້ນ, ແລະມັນສາມາດລະບຸໄດ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: \"ພຣະຢາເວໄດ້ໂກດແຄ້ນກັບແຜ່ນດິນນີ້ຫລາຍ\" (ເບິ່ງເພີ່ມເຕີມ: figs_metaphor ແລະ figs_activepassive)"
},
{
"title": "ດິນເເດນນີ້, ເພື່ອນຳຄຳສາບເເຊ່ງທັງຫມົດ",
"body": "ໃນນີ້ \"ດິນແດນ\" ແມ່ນຄຳອະທິບາຍທີ່ເປັນຕົວແທນໃຫ້ແກ່ປະຊາຊົນ. ອາດແປໄດ້ອີກວ່າ: \"ປະຊາຊົນໃນແຜ່ນດິນນີ້, ເພື່ອຈະ ນຳພວກເຂົາໄປ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ທີ່ໄດ້ຂຽນໄວ້",
"body": "ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: \"ທີ່ຂ້ອຍໄດ້ຂຽນໄວ້\" (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ພຣະຢາເວໄດ້ຖອນຮາກຂອງເຂົາອອກຈາກດິນເເດນຂອງພວກເຂົາ,...ເເລະເຮັດໃຫ້ເຂົາໄປ",
"body": "ອິດສະຣາເອນຖືກປຽບທຽບກັບຕົ້ນໄມ້ຕາຍເຊິ່ງພຣະຢາເວໄດ້ດຶງ ແລະໂຍນອອກຈາກສວນ. ອາດແປໄດ້ອີກວ່າ: \"ພຣະຢາເວໄດ້ຍົກຍ້າຍພວກເຂົາອອກຈາກແຜ່ນດິນຂອງພວກເຂົາ ... ແລະໄດ້ບັງຄັບໃຫ້ພວກເຂົາຕ້ອງໄປ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ດ້ວຍຄວາມໂກດແຄ້ນ, ດ້ວຍຄວາມຢາກຮ້າຍ, ດ້ວຍໃຈຮ້າຍ",
"body": "ຄຳເວົ້າທີ່ວ່າ \"ຄວາມໂກດແຄ້ນ,\" \"ຄວາມຢາກຮ້າຍ,\" ແລະ \"ໃຈຮ້າຍ\" ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະເນັ້ນໃຫ້ເຫັນເຖິງຄວາມຮຸນແຮງຂອງຄວາມໂກດແຄ້ນຂອງພຣະຢາເວ. ອາດແປໄດ້ອີກວ່າ: \"ດ້ວຍຄວາມໂກດແຄ້ນທີ່ສຸດ\" ຫລື \"ຍ້ອນວ່າພຣະອົງໃຈຮ້າຍທີ່ສຸດ.\" (ເບິ່ງເພີ່ມເຕີມ: figs_doublet)"
}
]