lo_deu_tn_l3/32/13.txt

26 lines
3.0 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂມເຊເວົ້າເຖິງບົດກະວີເພງທີ່ມ່ວນຊື່ນກັບຊາວອິດສະຣາເອນ."
},
{
"title": "ພຣະອົງໄດ້ເຮັດໃຫ້ເຂົາຂີ່ຂຶ້ນໄປສະຖານທີ່ສູງຂອງດິນເເດນນັ້ນ",
"body": "ນີ້ແມ່ນສຳນວນ. ຄຳວ່າ \"ເຂົາ\" ຫມາຍເຖິງຊາວອິດສະຣາເອນ. ອາດແປໄດ້ອີກວ່າ: \"ພຣະຢາເວໄດ້ເຮັດໃຫ້ພວກເຂົາຢູ່ບ່ອນສູງຂອງແຜ່ນດິນ\" ຫລື \"ພຣະຢາເວໄດ້ຊ່ວຍພວກເຂົາຍຶດເອົາແລະຄອບຄອງແຜ່ນດິນ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ເຮັດໃຫ້ເຂົາຂີ່ຂຶ້ນໄປ...ພຣະອົງໄດ້ຊົງລ້ຽງດູເຂົາ...ພຣະອົງໄດ້ຊົງລ້ຽງດູເຂົາ",
"body": "ໂມເຊກ່າວອີກຄັ້ງຫນຶ່ງເຖິງຊາວອິດສະຣາເອນຄື \"ຢາໂຄບ\" (32: 9). ທ່ານອາດຈຳເປັນຕ້ອງແປຄືກັບວ່າໂມເຊກຳລັງເວົ້າເຖິງຊາວອິດສະຣາເອນເປັນຈຳນວນຫລວງຫລາຍ. \"ນຳພາພວກເຂົາ ... ກັບພວກເຂົາ\" (ເບິ່ງ UDB) (ເບິ່ງເພີ່ມເຕີມ: figs_pronouns)"
},
{
"title": "ພຣະອົງໄດ້ຊົງລ້ຽງດູເຂົາດ້ວຍຜົນຕ່າງໆ; ຈາກທົ່ງນາ",
"body": "\"ພຣະອົງໄດ້ ນຳເຂົາໄປຫາດິນແດນທີ່ມີຜົນລະປູກຫລວງຫລາຍທີ່ເຂົາກິນໄດ້\""
},
{
"title": "ພຣະອົງໄດ້ຊົງລ້ຽງດູເຂົາດ້ວຍນຳ້ເຜິ້ງຈາກສິລາ,ເເລະນຳ້ມັນຈາກຜາຫີນຊັນ",
"body": "ດິນແດນດັ່ງກ່າວມີເຜິ້ງປ່າຫລາຍຊະນິດ, ເຊິ່ງຜະລິດນໍ້າເຜິ້ງ, ມີຂີ້ເຜິ້ງຢູ່ໃນຮູໂງ່ນຫີນ. ນອກນັ້ນຍັງມີຕົ້ນຫມາກກອກເທດຫລາຍ, ເຊິ່ງເປັນນຳ້ມັນ, ແລະເກີດຂຶ້ນເທິງຫີນ, ເນີນພູ, ແລະພູເຂົາ."
},
{
"title": "ຊົງລ້ຽງດູເຂົາດ້ວຍນຳ້ເຜິ້ງ",
"body": "ຄ້າຍຄືແມ່ທີ່ໃຫ້ນົມລູກແກ່ແອນ້ອຍ. \"ອະນຸຍາດໃຫ້ເຂົາດູດເອົານໍ້າເຜິ້ງ\" (ເບິ່ງເພີ່ມເຕີມ: figs_metaphor)"
}
]