[ { "title": "ຂໍ້ມູນທົ່ວໄປ:", "body": "ໂມເຊໄດ້ສືບຕໍ່ບອກພວກຜູ້ເຖົ້າຜູ້ແກ່ວ່າພວກເຂົາຄວນເວົ້າແນວໃດເມື່ອພວກເຂົາຊຳລະລ້າງມືຂອງພວກເຂົາເຫນືອງົວແມ່ສາວ. ລາວເວົ້າກັບພວກເຂົາຄືກັບວ່າລາວເວົ້າກັບຄົນຜູ້ຫນຶ່ງ, ສະນັ້ນຄຳວ່າ \"ເຈົ້າ\" ແລະ \"ຂອງເຈົ້າ\" ແມ່ນອ້າງອີງເຖິງຄົນດຽວ. (ເບິ່ງເພີ່ມເຕີມ: figs_you)" }, { "title": "ຜູ້ທີ່ພຣະອົງໄດ້ຊົງໄຖ່ມາ", "body": "ພຣະຢາເວໄດ້ນຳການປົດປ່ອຍປະຊາຊົນອິດສະຣາເອນ ຈາກການເປັນຂ້າທາດໃນປະເທດເອຢິບແມ່ນເວົ້າຄືກັບວ່າພຣະຢາເວຈ່າຍເງິນເພື່ອໄຖ່ຜູ້ຄົນຂອງພຣະອົງຈາກການເປັນຂ້າທາດ. (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ເເລະຂໍຊົງຢ່າເອົາຜິດສຳລັບການຫລັ່ງເລືອດຂອງຜູ້ບໍ່ມີຄວາມຜິດໃນທ່າມກາງປະຊາຊົນອິສະຣາເອນຂອງພຣະອົງເລີຍ", "body": "ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: \"ແລະຢ່າປະຕິບັດຕໍ່ປະຊາຊົນອິດສະຣາເອນຂອງທ່ານຄືກັບວ່າພວກເຂົາມີຄວາມຜິດໃນການຂ້າຄົນທີ່ບໍລິສຸດ\" (ເບິ່ງເພີ່ມເຕີມ: figs_idiom)" }, { "title": "ເເລ້ວການຫລັ່ງເລືອດນັ້ນຈະໄດ້ຮັບການຍົກໂທດ", "body": "ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: \"ຫລັງຈາກນັ້ນ, ພຣະຢາເວຈະໃຫ້ອະໄພປະຊາຊົນອິດສະຣາເອນຂອງພຣະອົງຕໍ່ການເສຍຊີວິດຂອງຄົນທີ່ບໍລິສຸດ\" (ເບິ່ງເພີ່ມເຕີມ: figs_activepassive)" }, { "title": "ພວກທ່ານຈະເອົາການຫລັ່ງເລືອດຂອງຜູ້ທີ່ບໍ່ມີຄວາມຜິດອອກໄປຈາກທ່າມກາງພວກທ່ານ", "body": "\"ທ່ານຈະບໍ່ມີຄວາມຜິດອີກຕໍ່ໄປໃນການຂ້າຄົນບໍລິສຸດ\"" }, { "title": "ສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະຢາເວ", "body": "ຄຳເວົ້າທີ່ວ່າ \"ໃນສາຍຕາຂອງພຣະຢາເວ\" ແມ່ນຄຳປຽບທຽບສຳລັບ \"ສິ່ງທີ່ພຣະຢາເວຄິດວ່າຖືກຕ້ອງ.\" (ເບິ່ງເພີ່ມເຕີມ: figs_metonymy)" } ]