[ { "title": "ຂໍ້​ມູນ​ທົ່ວ​ໄປ:", "body": "ໃນນີ້ຍັງສືບຕໍ່ສິ່ງທີ່ຊາວອິດສະຣາເອນຕ້ອງກ່າວກັບພຣະຢາດວເມື່ອເຂົາຖວາຍເງິນຫນຶ່ງສ່ວນສິບຂອງເຂົາແກ່ຄົນທຸກຍາກ." }, { "title": "ຂ້ານ້ອຍບໍ່ໄດ້ກິນສິ່ງໃດໆ, ຈາກສິ່ງເຫລົ່ານັ້ນໃນການໄວ້ທຸກຂອງຂ້ານ້ອຍ", "body": "\"ຂ້ອຍບໍ່ໄດ້ກິນສ່ວນໜຶ່ງຂອງສ່ວນສິບໃນຂະນະທີ່ຂ້ອຍໄວ້ທຸກ\"" }, { "title": "ເມື່ອຂ້ານ້ອຍບໍ່ບໍຣິສຸດ,", "body": "ໃນນີ້“ ຄວາມບໍ່ບໍລິສຸດ” ຫມາຍເຖິງຄົນນັ້ນບໍ່ສະອາດຕາມກົດຫມາຍ. ພຣະເຈົ້າບໍ່ຍອມໃຫ້ຄົນທີ່ບໍ່ສະອາດແຕະຕ້ອງການຖວາຍຫນຶ່ງສ່ວນສິບທີ່ລາວກຳລັງມອບໃຫ້ແກ່ພຣະເຈົ້າ. ຄວາມຫມາຍ ອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: \"ເມື່ອຂ້ອຍບໍ່ສະອາດຕາມກົດບັນຍັດ\" ຫລື \"ເມື່ອກົດ ຫມາຍ ເວົ້າວ່າຂ້ອຍບໍ່ສາມາດແຕະຕ້ອງມັນໄດ້\" (ເບິ່ງເພີ່ມເຕີມ: figs_explicit)" }, { "title": "ຂ້ານ້ອຍໄດ້ຟັງສຽງຂອງພຣະຢາເວພຣະເຈົ້າຂອງຂ້ານ້ອຍ; ຂ້ານ້ອຍໄດ້ເຊື່ອຟັງທຸກສິ່ງທີ່ພຣະອົງໄດ້ບັນຊາໃຫ້ຂ້ານ້ອຍເຮັດ", "body": "ໃນນີ້ \"ສຽງຂອງພຣະຢາເວ\" ແມ່ນຄໍາປຽບທຽບສຳລັບສິ່ງທີ່ພຣະຢາເວກ່າວ. ຄຳກ່າວການທັງສອງມີຄວາມຫມາຍຄ້າຍຄືກັນ. ພວກເຂົາເນັ້ນຫນັກວ່າບຸກຄົນດັ່ງກ່າວໄດ້ເຊື່ອຟັງຄຳສັ່ງທັງຫມົດຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: figs_metonymy ແລະ figs_parallelism)" }, { "title": "ທີ່ພຣະອົງໄດ້ປະທັບຄືຈາກສະຫວັນ", "body": "ສອງປະໂຫຍກນີ້ມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: \"ຈາກສະຫວັນ, ສະຖານທີ່ປະທັບທີ່ບໍລິສຸດຂອງພຣະອົງ\" (ເບິ່ງເພີ່ມເຕີມ: figs_doublet)" }, { "title": "ຄືດິນເເດນຫນຶ່ງທີ່ມີນຳ້ນົມເເລະນຳ້ເຜິ້ງຫລັ່ງໄຫລ", "body": "ນີ້ແມ່ນສຳນວນ. ເບິ່ງວິທີທີ່ແປຂໍ້ນີ້ໃນ 6: 3. ອາດແປໄດ້ອີກວ່າ: \"ດິນແດນທີ່ມີນຳ້ນົມແລະນຳ້ເຜິ້ງຫລັ່ງໄຫລ\" ຫລື \"ດິນແດນທີ່ດີສຳລັບການລ້ຽງງົວແລະການເຮັດກະສິກຳ\"" } ]