[ { "title": "ຂໍ້ມູນທົ່ວໄປ:", "body": "ໂມເຊຍັງເວົ້າກັບປະຊາຊົນອິດສະຣາເອນຢູ່." }, { "title": "ຂະຫຍາຍເຂດເເດນຂອງພວກທ່ານ", "body": "\"ປະທານໃຫ້ເຈົ້າມີດິນແດນເພີ່ມເຕີມເພຶ່ອຍຶດຄອງ\"" }, { "title": "ດັ່ງທີ່ພຣະອົງໄດ້ສັນຍາເເກ່ບັນດາບັນພະບຸຣຸດຂອງພວກທ່ານໃຫ້ເຮັດ", "body": "\"ຄືກັບທີ່ພຣະອົງສັນຍາກັບບັນພະບຸລຸດຂອງທ່ານວ່າພຣະອົງຈະເຮັດ\"" }, { "title": "ຖ້າພວກທ່ານຖືຮັກສາບັນຍັດທັງຫມົດເຫລົ່ານີ້ເພື່ອໃຫ້ເຮັດຕາມ", "body": "\"ຖ້າທ່ານເຊື່ອຟັງຄຳສັ່ງທັງຫມົດນີ້\"" }, { "title": "ທີ່ຈະດຳເນີນໃນທາງຂອງພຣະອົງສະເຫມີ", "body": "ການທີ່ພຣະເຈົ້າຕ້ອງການໃຫ້ບຸກຄົນໃດຫນຶ່ງດຳເນີນ ຫລືປະພຶດຄືໄດ້ເວົ້າເຖິງວິທີການ ຫລືວິຖີທາງຂອງພຣະຢາເວ. ບຸກຄົນຜູ້ທີ່ເຊື່ອຟັງພຣະຢາເວແມ່ນເວົ້າຄືກັບວ່າຖ້າຫາກວ່າລາວໄດ້ດຳເນີນຕາມທາງ ຫລືເສັ້ນທາງຂອງພຣະຢາເວ. ອາດແປໄດ້ອີກວ່າ: \"ຕ້ອງເຊື່ອຟັງພຣະອົງສະເຫມີ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ເເລ້ວພວກທ່ານຕ້ອງເພີ່ມເມືອງເຫລົ່ານີ້ທັງສາມເມືອງເພື່ອທ່ານເອງ", "body": "ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: \"ຫລັງຈາກນັ້ນທ່ານຕ້ອງເລືອກສາມຕົວເມືອງຕື່ມອີກສຳລັບບຸກຄົນທີ່ຈະຫນີໄປໄດ້ຖ້າລາວຂ້າຄົນໂດຍບໍ່ຕັ້ງໃຈ\" (ເບິ່ງເພີ່ມເຕີມ: translate_numbers ແລະ figs_explicit)" }, { "title": "ນອກເຫນືອຈາກສາມເມືອງເຫລົ່ານີ້", "body": "\"ນອກເຫນືອໄປຈາກສາມເມືອງທີ່ທ່ານສ້າງຕັ້ງຂື້ນແລ້ວ\" (ເບິ່ງເພີ່ມເຕີມ: translate_numbers)" }, { "title": "ເຮັດແບບນີ້ເພື່ອວ່າເລືອດທີ່ບໍລິສຸດຈະບໍ່ຕົກ", "body": "ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບໂຫຍກກົງ. ອາດແປໄດ້ອີກວ່າ: \"ເຮັດແນວນີ້ເພື່ອວ່າສະມາຊິກໃນຄອບຄົວຈະບໍ່ຂ້າຄົນທີ່ບໍລິສຸດ\" (ເບິ່ງເພີ່ມເຕີມ: figs_activepassive)" }, { "title": "ເລືອດທີ່ບໍລິສຸດຈະບໍ່ຖືກຕົກ", "body": "ໃນນີ້ “ ເລືອດ” ຫມາຍເຖິງຊີວິດຂອງຄົນເຮົາ. ການເສຍເລືອດຫມາຍເຖິງການຂ້າຄົນ. ໃນນີ້ຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: \"ບໍ່ມີໃຜຂ້າຄົນທີ່ບໍລິສຸດ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_activepassive)" }, { "title": "ຕົກຢູ່ໃນດິນແດນພວກທ່ານ", "body": "\"ໃນແຜ່ນດິນ\" ຫລື \"ໃນອານາເຂດ\"" }, { "title": "ພຣະຢາເວພຣະເຈົ້າຂອງທ່ານໄດ້ປະທານໃຫ້ເປັນເຫມືອນມໍລະດົກ", "body": "ແຜ່ນດິນທີ່ພຣະຢາເວຈະປະທານໃຫ້ແກ່ປະຊາຊົນອິດສະຣາເອນຖືກກ່າວຄືກັບວ່າມັນເປັນມໍລະດົກ. (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ເພື່ອຈະບໍ່ໃຫ້ຄວາມຜິດເນື່ອງຈາກໂລຫິດຕົກຢູ່ນຳພວກທ່ານ", "body": "ຊາວອິດສະຣາເອນມີຄວາມຜິດຕໍ່ຜູ້ທີ່ເສຍຊີວິດຍ້ອນວ່າພວກເຂົາບໍ່ໄດ້ສ້າງເມືອງບ່ອນທີ່ລາວໄປຢູ່ລີ້ໄພຈາກ \"ຜູ້ອາຄາດໂລຫິດ\" ກ່າວຄືກັບວ່າຄວາມຜິດຂອງການຕາຍຂອງຄົນນັ້ນຢູ່ກັບພວກເຂົາ. (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ໂລຫິດຕົກ", "body": "ໃນນີ້ “ເລືອດ” ສະແດງເຖິງຊີວິດ ແລະ “ການນອງເລືອດ” ຫມາຍເຖິງເຮັດຜູ້ໃດຜູ້ຫນຶ່ງມີຄວາມຜິດເພື່ອຂ້າຄົນທີ່ບໍ່ມີຄວາມຜິດ. (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ຢູ່ນຳພວກທ່ານ", "body": "ນີ້ຫມາຍຄວາມວ່າຖ້າສະມາຊິກໃນຄອບຄົວຂ້າຄົນທີ່ບໍ່ມີຄວາມຜິດ, ຫລັງຈາກນັ້ນປະຊາຊົນອິດສະຣາເອນທຸກຄົນຈະມີຄວາມຜິດໃນການປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ." } ]